ຕອນຄ່ຳວັນທີ 9 ກຸມພານີ້ ທ່ານຫວງຊີຫຼຽນ ເອກອັກຄະລັດຖະທູດຈີນປະຈຳອາຊຽນໄດ້ເຊີນບັນດາຄັງປັນຍາແລະເຈົ້າໜ້າທີ່ລະດັບສູງຂອງສື່ມວນຊົນອິນໂດເນເຊຍເພື່ອຈັດງານສັງສັນຢູ່ທີ່ພຳນັກ ເພື່ອບັນຍາຍເນື້ອໃນລະອຽດກ່ຽວກັບຍຸກໃໝ່ຂອງຈີນ ແລະກ່ຽວກັບການພົວພັນຈີນ-ອາຊຽນໃນຍຸກໃໝ່.
ທ່ານຫວງຊີຫຼຽນກ່າວວ່າ, ຈີນເຂົ້າສູ່ຍຸກໃໝ່ໝາຍຄວາມວ່າອາຊຽນຈະໄດ້ພົບພໍ້ກັບຕະຫຼາດທີ່ໃຫຍ່ກວ່າເກົ່າ, ໂອກາດ ແລະ ນັກທ່ອງທ່ຽວທີ່ຫຼາຍກວ່າເກົ່າ, ການສະໜັບສະໜຸນທີ່ໃຫຍ່ກວ່າເກົ່າ ພ້ອມທັງການຮ່ວມມືທີ່ເລິກເຊິ່ງກວ່າເກົ່າ.
ກ່ຽວກັບຕະຫຼາດທີ່ໃຫຍ່ກວ່າເກົ່າ ໝາຍຄວາມວ່າ ໃນ 15 ປີຕໍ່ໜ້ານີ້ ຄາດວ່າ ຈີນຈະນຳເຂົ້າສິນຄ້າທີ່ມີມູນຄ່າ 2400 ຕື້ໂດລາສະຫະລັດ, ຍອດມູນຄ່າການລົງທຶນຢູ່ຕ່ງປະເທດບັນລຸ 2000 ຕື້ໂດລາສະຫະລັດ, ເຊິ່ງຈະສ້າງໂອກາດໃໝ່ ແລະສ້າງເວທີອັນໃໝ່ເພື່ອໃຫ້ແກ່ບັນດາປະເທດອາຊຽນໄປລົງທຶນ ແລະຕີຕະຫຼາດຂອງຈີນ.
ກ່ຽວກັບໂອກາດທີ່ຫຼາຍກວ່າເກົ່າ ໝາຍເຖິງວ່າ ຈີນຈະສືບຕໍ່ລົງເລິກການປະຕິຮູບ ສ້າງເປັນລະບຽບເສດຖະກິດທີ່ທັນສະໄມ. ນັກທຸລະກິດຂອງບັນດາປະເທດອາຊຽນຈະໄດ້ຮັບທຶນ ແລະໂອກາດຮ່ວມມືຢູ່ຈີນຫຼາຍກວ່າເກົ່າ.
ກ່ຽວກັບນັກທ່ອງທ່ຽວ, ຄາດວ່າ ໃນ 5 ປີຕໍ່ໜ້ານີ້ ຄົນຈີນທີ່ໄປທ່ອງທ່ຽວຢູ່ຕ່າງປະເທດນັ້ນຈະບັນລຸ 700 ລ້ານເທື່ອຄົນ. ບັນດາປະເທດອາຊຽນໃນຖານະເປັນປະເທດເປົ້າໝາຍປາຍທາງຂອງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຂອງຄົນຈີນນັ້ນ ຈະສາມາດດຶງດູດນັກທ່ອງທ່ຽວຈີນຫຼາຍກວ່າເກົ່າ.
ກ່ຽວກັບການສະໜັບສະໜຸນທີ່ໃຫຍ່ກວ່າເກົ່າ, ຈີນຈະຮ່ວມກັບບັນດາປະເທດອາຊຽນຊຸກຍູ້ໃຫ້ໝາກຜົນທີ່ໄດ້ຮັບຈາກການຍົກລະດັບຂອງເຂດການຄ້າເສລີນັ້ນຜັນຂະຫຍາຍເປັນຈິງໂດຍໄວເທົ່າທີ່ຈະໄວໄດ້, ເພື່ອນຳເອົາຜົນປະໂຫຍດມາໃຫ້ວິສາຫະກິດ ແລະປະຊາຊົນຂອງສອງຝ່າຍ, ຮ່ວມກັນຊຸກຍູ້ຂະບວນການເຈລະຈາກ່ຽວກັບການສ້າງການພົວພັນຄູ່ເສດຖະກິດຮອບດ້ານຂອງພາກພື້ນ, ຮ່ວມກັນປົກປັກຮັກທ່າອຽງເສດຖະກິດພາກພື້ນເປັນອັນໜຶ່ງອັນດຽວກັນ ແລະການຄ້າເສລີ.
ການຮ່ວມມືທີ່ເລິກເຊິ່ງກວ່າເກົ່າ ໝາຍຄວາມວ່າ ໃນຍຸກໃໝ່ ຈີນຍິນດີແບ່ງປັນບົດຮຽນຂອງການພັດທະນາກັບອາຊຽນດ້ວຍທ່າທີທີ່ເປີດເຜີຍກວ່າເກົ່າ, ເພີ່ມທະວີການຕ່າງຖອກຖອນຕ່າງຊ່ວຍເຫຼືອແກ່ກັນ, ລົງເລິກການຮ່ວມມືແບບໄດ້ຮັບຜົນປະໂຫຍດຮ່ວມກັນ, ເພື່ອບັນລຸອະນາຄົດທີ່ດີງາມ.