ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ບັນ​ຍາຍ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ອາ​ຊຽນ​ໃນ​ຍຸກ​ໃໝ່
2018-02-10 13:57:53  cri 
ຕອນ​ຄ່ຳ​ວັນ​ທີ 9 ກຸມ​ພານີ້ ທ່ານ​ຫວງ​ຊີ​ຫຼຽນ ເອ​ກອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ເຊີນ​ບັນ​ດາ​ຄັງ​ປັນ​ຍາ​ແລະ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍເພື່ອ​ຈັດ​ງານ​ສັງ​ສັນ​ຢູ່​ທີ່​ພຳ​ນັກ ເພື່ອ​ບັນ​ຍາຍ​ເນື້ອ​ໃນ​ລະ​ອຽດ​ກ່ຽວ​ກັບ​ຍຸກ​ໃໝ່​ຂອງ​ຈີນ ແລະ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຈີນ-ອາ​ຊຽນ​ໃນ​ຍຸກ​ໃໝ່.

ທ່ານ​ຫວງ​ຊີ​ຫຼຽນ​ກ່າວ​ວ່າ, ຈີນ​ເຂົ້າ​ສູ່​ຍຸກ​ໃໝ່​ໝາຍ​ຄວາມ​ວ່າ​ອາ​ຊຽນ​ຈະ​ໄດ້​ພົບ​ພໍ້​ກັບ​ຕະ​ຫຼາດ​ທີ່​ໃຫຍ່ກວ່າ​ເກົ່າ, ໂອ​ກາດ ແລະ ນັກ​ທ່ອງ​ທ່ຽວ​ທີ່​ຫຼາຍກວ່າ​ເກົ່າ, ການ​ສະ​ໜັບ​ສະ​ໜຸນ​​ທີ່​ໃຫຍ່ກວ່າ​ເກົ່າ​ ພ້ອມ​ທັງ​ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງກວ່​າ​ເກົ່າ.

​ກ່ຽວ​ກັບ​ຕະ​ຫຼາດ​ທີ່​ໃຫຍ່ກວ່າ​ເກົ່າ ໝາຍ​ຄວາມ​ວ່າ ໃນ 15 ປີ​ຕໍ່​ໜ້ານີ້ ຄາດ​ວ່າ ຈີນ​ຈະ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 2400 ຕື້​ໂດ​ລ​າ​ສະ​ຫະ​ລັດ, ຍອດ​ມູນ​ຄ່າ​ການ​ລົງ​ທຶນຢູ່​ຕ່ງ​ປະ​ເທດ​ບັນ​ລຸ 2000 ຕື້​ໂດ​ລາ​ສະ​ຫະ​ລັດ, ເຊິ່ງ​ຈະ​ສ້າງ​ໂອ​ກາດ​ໃໝ່​ ແລະ​ສ້າງ​ເວ​ທີ​ອັນ​ໃໝ່​ເພື່ອໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ​​ໄປ​ລົງ​ທຶນ ແລະ​ຕີ​ຕະ​ຫຼາດ​ຂອງ​ຈີນ.

ກ່ຽວ​ກັບ​ໂອ​ກາດ​ທີ່​ຫຼາຍກວ່າ​ເກົ່າ ໝາຍ​ເຖິງວ່າ ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ ສ້າງ​ເປັນ​ລະ​ບຽບ​ເສດ​ຖະ​ກິດ​ທີ່​ທັນ​ສະ​ໄມ. ນັກ​ທຸ​ລະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຈະ​​ໄດ້​ຮັບ​ທຶນ ແລະ​ໂອ​ກາດ​ຮ່ວມ​ມື​ຢູ່​ຈີນ​ຫຼາຍກວ່າ​ເກົ່າ.

ກ່ຽວ​ກັບ​ນັກ​ທ່ອງ​ທ່ຽວ, ຄາດ​ວ່າ ໃນ 5 ປີ​ຕໍ່​ໜ້ານີ້ ຄົນ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ນັ້ນ​ຈະ​ບັນ​ລຸ 700 ລ້ານ​ເທື່ອ​ຄົນ. ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ຖານ​ະ​ເປັນ​ປະ​ເທດ​ເປົ້າ​ໝາຍ​ປາຍ​ທາງ​ຂອງ​ການ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຂອງ​ຄົນ​ຈີນ​ນັ້ນ ຈະ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ຫຼາຍກວ່າ​ເກົ່າ.

ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜຸນ​ທີ່​ໃຫຍ່ກວ່​າ​ເກົ່າ, ຈີນ​ຈະ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຊຸກ​ຍູ້​ໃຫ້​ໝາກ​ຜົນ​​ທີ່​ໄດ້​ຮັບ​ຈາກ​ກາ​ນ​ຍົກ​ລະ​ດັບ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ນັ້ນ​ຜັນ​ຂະ​ຫຍາຍ​ເປັນ​ຈິງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ວິ​ສ​າ​ຫະ​ກິດ ແລະ​ປະ​ຊາ​ຊົນ​ຂອງ​ສອງ​ຝ່າຍ, ຮ່ວມ​ກັນ​ຊຸກ​ຍູ້​ຂະ​ບວນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຄູ່​ເສ​ດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ທ່າ​ອຽງ​ເສດ​ຖະ​ກິດ​ພາກ​ພື້ນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ແລະ​ການ​ຄ້າ​ເສ​ລີ.

ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງກວ່າ​ເກົ່າ ໝາຍ​ຄວາມ​ວ່າ ໃນ​ຍຸກ​ໃໝ່ ຈີນ​ຍິນ​ດີ​ແບ່ງ​ປັນ​ບົດ​ຮຽນ​ຂອງ​ການ​ພັດ​ທະ​ນາ​ກັບ​ອາ​ຊຽນ​ດ້ວຍ​ທ່າ​ທີ​ທີ່​ເປີດ​ເຜີຍກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ຕ່າງ​ຖອກ​ຖອນ​ຕ່າງ​ຊ່ວຍ​ເຫຼືອ​ແກ່​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ເພື່ອ​ບັນ​ລຸ​ອະ​ນາ​ຄົດທີ່​ດີ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ