"ທາງລົດໄຟລາວ-ຈີນໄດ້ນໍາຄວາມຫວັງໃຫມ່ມາໃຫ້ພວກເຮົາ"--ສຳ​ພາດປະຊາຊົນຢູ່​ຕາມເສັ້ນ​ທາງລົດໄຟຕອນ​ທີ່ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 5 ສ​ປ ຈີນຈຳ​ກັດກໍ່​ສ້າງ

2018-02-10 17:12:25  cri 



(ສະ​ຖານ​ທີ່​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ)



ຄຽງ​ຄູ່​ກັບ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ກ້າວ​ໄປ​ໜ້າ​ເລື້ອຍໆ, ປະ​ຊາ​ຊົນ​ທີ່​ຢູ່​ຕາມ​ເສັ້ນ​ທາງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ສາຍນີ້
​ນັບ​ມື້​ນັບ​ຮູ້​ສຶກ​ເຖິງ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ຍ້ອນ​ທາງ​ລົດ​ໄຟ​ເສັ້ນ​ນີ້ ເຊິ່ງ​ໂອ​ກາດ​ປະ​ກອບ
​ອາ​ຊີ​ບ​ເພີ່ມ​ຫຼາຍ​ຂຶ້ນ, ເຄື່ອງ​ປ່າ​ຂອງ​ດົງ​ນັບ​ມື້​ນັບ​ຂາຍ​ດີ, ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ​ເຊັ່ນ ການ​ສຶກ​ສາ ແລະ​ຄົມ​ມະ​ນາ​ຄົມ​ເປັນ​ຕົ້ນ​ກໍ່
​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ…

ເພື່ອ​ຮູ້​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ທ້ອງ​ຖີ່ນ​ທີ່​ມີ​ການ​ປ່ຽນ​ແປງ​ຍ້ອນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ, ນັກ​ຂ່າວ​ໄດ້​ໄປ​ສຳ​
ພາດ​ປະ​ຊາ​ຊົນ​ທີ່​ອາ​ໃສ​ຢູ່​ບ້ານ​ນາ​ເຕີຍທີ່​ໃກ້​ກັບ​ແຄ້ມ​ໃຫຍ່​ນາ​ເຕີຍ​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 5 ຂອງ​ຈີນ​ທີ່​ເປັນ​ຜູ້​ຮັບ​ເໝົາ​ກໍ່​
ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ບໍ່​ເຕນ-ວຽງ​ຈັນຊ່ວງ​ສັນ​ຍາ I.

"ຖ້າເສັ້ນທາງລົດໄຟຈີນ-ລາວໄດ້ກໍ່ສ້າງສໍາເລັດ,ທຸກສິ່ງທຸກຢ່າງກໍຈະສະດວກສະບາຍຫຼາຍກ່ວາເກົ່າ,ພວກຂ້າພະເຈົ້າ
ຕ່າງກໍຄິດວ່າຈະສົ່ງລູກຫຼານຕົນເອງໄປສຶກສາ ແລະ ຮຽນຮູ້ຢູ່ທີ່ ສປ ຈີນ."
"ໂດຍແມ່ນແລ້ວ, ນັບຕັ້ງແຕ່ມີການກໍ່ສ້າງເສັ້ນ ທາງລົດໄຟລາວ-ຈີນ, ປະຊາຊົນ ຢູ່ບ້ານຂອງພວກເຮົາກໍໄດ້ເຂົ້າໄປເຮັດ
ວຽກຢູ່ນໍາບໍລິສັດຮັບເໝົາກໍ່ສ້າງເປັນຈໍານວນຫຼາຍ. ຖ້າທຽບໃສ່ແຕ່ກ່ອນ ແມ່ນບໍ່ມີວຽກເຮັດງານທໍາ,ເຂົ້າມາປີນີ້ພໍມີເງິນເກັບ
ເງິນຝາກຢູ່ທະນາ ຄານໜ້ອຍໜຶ່ງ."

ເມື່ອໄດ້ຮັບຮູ້ຈຸດປະສົງຂອງນັກຂ່າວທີ່ເຂົ້າມາ, ຊາວບ້ານກໍມີຄວາມສົນໃຈ,ພາ​ກັນ​ລົມ​ເຖິງ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ເອງ​ໃນ
​ການ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ສາຍນີ້ ແລະ​ເວົ້າ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ເອງ​ໃນ​ອະ​ນາ​ຄົດ.

ທ້າວ ວິໄຊ ໄຊຍະວົງ ອາຍຸ 23 ປີ  ແມ່ນຜູ້ແປພາສາຈີນ-ລາວ
"ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ຊ່ວຍເຫຼື່ອການສ້າງງານໃຫ້ພວກຂ້າພະເຈົ້າ,ບ້ານພວກເຮົາ ແລະບ້ານອື່ນໆ.
ຂ້າພະເຈົ້າເອງຜ່ານມາກໍເຄີຍໄປສຶກສາຢູ່ ສປ ຈີນ,ປະຈຸບັນນີ້ໄດ້ເຂົ້າມາເຮັດວຽກເປັນຜູ້​ແປພາສາ ຈີນ-ລາວ ຢູ່ກັບບໍລິສັດ
ທາງລົດໄຟເລກ 5 ສປ ຈີນ ຈໍາກັດ, ລາຍຮັບກໍໄດ້ສູງຂື້ນກ່ວາແຕ່ກ່ອນ, ນອກນັ້ນຍັງມີຄົນຢູ່ໃນບ້ານຂອງພວກຂ້ອຍອີກ 8
ຄົນທີ່ເຂົ້າມາເຮັດວຽກນໍາບໍລິສັດດັ່ງກ່າວ,ແຕ່ລະຄົນເຮັດວຽກໜ້າທີ່ແຕກຕ່າງກັນຄື: ຄົນຂັບລົດ, ຜູ້ຊ່ວຍແມ່ຄົວ, ພະນັກງານ
ອະນາໄມ ແລະ ຕໍາແໜ່ງອື່ນໆ.ທຸກ​ຄົນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ກັບ​ວຽກ​ຂອງ​ຕົນ, ແຕ່​ວ່າ​ຂ້ອຍ​ຮູ້​ສຶກ​ມີ​ຄວາມ​ກົດ​ດັນ​ຫຼາຍ​ຂຶ້ນເພາະ
​ວ່າ​ເຂົາ​ແຕ່​ລະ​ຄົນ​ທີ່​ເຂົ້າ​ເຮັດ​ວຽກ​ໄດ້​ໄລ​ຍະ​ໜຶ່ງແຕ່​ວ່າ​ທຸກ​ຄົນ​ລ້ວນ​ແຕ່​ຮູ້​ເວົ້າ​ພາ​ສາ​ຈີນ​ໄດ້​ໜ້ອຍ​ໜຶ່​ງ​ແລ້ວດ ສະ​ນັ້ນເປັນ​ສິ່ງ​
ໜຶ່ງ​ທີ່​ກະ​ຕຸ້ນ​ໃຫ້​ຂ້ອຍ​ມີ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສືບ​ຕໍ່​ສຶກ​ສາ​ຮ​ຣຽນ​ຮູ້, ຍົກ​ລະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ, ເຮັດ​ວຍກ​ງານ​ໃຫ້​ໄດ້
​ດີກວ່າ​ເກົ່າ" ທ້າວ​ວິ​ໄຊ​ທັງ​ເວົ້າ​ທັງ​ຍິ້ມ​ໄປ​ນຳ.

ເອື້ອຍ ​ນາງ ອາ​ຍຸ 32 ປີ ປະ​ຊາ​ຊົນ​ທ້ອງ​ຖີ່ນ
"ບ້ານ​ພວກ​ຂ້ອຍ​ມີ​ຕະ​ຫຼາດ​ບ່ອນ​ໜຶ່ງ ທັງ​ນ້ອຍ​ທັງ​ແຄບ, ເຄື່ອງ​ສິນ​ຄ້າ ແລະ​ປະ​ເພດ​ຜັກ​ທີ່​ຂາຍ​ກໍ່​ບໍ່​ມີ​ຫຼາຍ​ຊະ​ນິດ, ນັບ​ຕັ້ງ​
ແຕ່​ມີ​ການ​ເລີ່ມ​ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຕົ້ນ​ມາ, ເພື່ອ​ເປັນ​ການ​ສະ​ໜອງ​ສະ​ບຽງ​ອາ​ຫານ​ໃຫ້​ກັບ​ໂຄງ​
ການ​ດັ່ງ​ກ່າວ, ສະ​ນັ້ນ ຕະ​ຫຼາດ​ບ່ອນນີ້​ກໍ່​ໄດ້​ມີ​ການ​ຂະ​ຫຍາຍ ແລະ​ປັບ​ປຸງ​ໃຫຍ່​ກວ່າ​ເກົ່າ, ພ້ອມ​ຍັງ​ໄດ້​ກໍ່​ສ້າງ​ຫ້ອງ​ແຖວ​
ຫຼາຍ​ຫ້ອງ ເພື່ອ​ຈະ​ເປັນ​ບ່ອນ​ໃຫ້​ຄົນ​ເຂົ້າ​ມາ​ເຊົ່າ​ຂາຍ​ເຄື່ອງ​ຢູ່​ໃນ​ຕະ​ຫຼາດ​ອີກ​ດ້ວຍ. ຜັກ ແລະ​ສິນ​ຄ້າ​ຕ່າງໆ​ທີ່​ເອົາ​ມາ​ຂາຍ
​ກໍ​ມີ​ຫຼາຍ​ຊະ​ນິດ​ໃຫ້​ເລືອກ​ຊື້​ຕາມ​ໃຈ, ປະ​ຈຸ​ບັນນີ້ ໄປ​ຊື້​ຜັກ ແລະ​ສະ​ບຽງ​ອາ​ຫານ​ອື່ນໆ ມີ​ຄວາມ​ສະ​ດວກ​ຫຼາຍ, ມີ​ທັງ​ຜັກ​ທີ່​
ນຳ​ເຂົ້າ​ມາ​ແຕ່​ຈີນ​ຂາຍ​ຢູ່​ໃນ​ຕະ​ຫຼາດ, ສະ​ນັ້ນ ອາ​ຫານ​ທີ່​ເຮົາ​ຮັບ​ປະ​ທານ​ກໍ່​ເປັນ​ອາ​ຫານ​ຈີນ."

ອ້າຍ​ວຽງ ອາ​ຍຸ 34 ປີ ເປັນ​ຜູ້​ຂັບ​ລົດ
"ເມື່ອ​ກ່ອນ​ທີ່​ບໍ່​ໄດ້​ສ້າງ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນຢູ່ນີ້, ທາງ​ເສັ້ນ​ນີ້​ຈະ​ເປັນ​ຫຼຸບເປັນ​ຂຸມ​ຫຼາຍ, ລົດ​ຂອງ​ຂ້ອຍ​ເພ​ເລື້ອຍໆ.
ດຽວນີ້ ບໍ​ລິ​ສັດ​ທາງ​ລົດ​ໄຟ​ຂອງ​ຈີນ​ເຂົ້າ​ມານີ້ ຊ່ວຍ​ປູ​ທາງ​ໃຫ້​ດີ, ລົດ​ຂ້ອຍ​ກໍ່​ບໍ່​ສູ່​ເພ​ປານ​ໃດ​ແລ້ວ,​ຂ້ອຍ​ກໍ່​ບໍ່​ໄດ້​ເສຍ​ເງິນ​ຫຼາຍ​
ໃນ​ການ​ແປງ​ລົດ ທັງ​ປະ​ຢັດ​ເວ​ລາ, ການແລ່ນ​ລົດ​ຢູ່​ບົນ​ເສັ້ນ​ທາງ​ແບບນີ້​ແມ່ນ​ສະ​ດວກ​ສະ​ບາຍກວ່າ​ເກົ່າ​ແກນ​ຫຼາຍ."

ອ້າຍ​ຫຼ້າ ອາ​ຍຸ 42 ປີ ເຈົ້າ​ຂອງບ້ານ​ພັກ
"ປີ​ກາຍນີ້ ບ້ານ​ນາ​ເຕີຍ​ມີ​ແຕ່​ບ້ານ​ພັກ 3 ຫຼັງທໍ່​ນັ້ນ, ແຂກ​ມາ​ແລ້ວ​ກາ​ນ​ພັກ​ເຊົ່າ​ແມ່ນ​ບໍ່​ພໍ. ຫຼັງ​ຈາກ​ມີ​ໂຄງ​ການ​ກໍ່​ສ້າງ​
ເສັ້ນ​ທາງ​ລົດ​ໄຟແລ້ວ, ຄົນ​ຈີນ​ທີ່​ມາ​ເຮັດ​ຄ້າ​ຂາຍ ແລະ​ເຮັດ​ວຽກ​ຢູ່​ນີ້​ກໍ່​ຫຼາຍ​ຂຶ້ນ. ຄົນ​ທີ່​ພັກ​ຢູ່​ບ້ານ​ພັກ​ຂ້າ​ພ​ະ​ເຈົ້າເລີ່ມ​ຫຼາຍ​ຂຶ້ນ.
ຂ້າ​ພະ​ເຈົ້າ​ໄດ້​ວາງ​ແຜນ​ໄວ້​ວ່າ​ຈະ​ຕົບ​ແຕ່ງ​ສະ​ພາບ​ບ້ານ​ພັກ​ຄືນ, ສ້າງ​ຫ້ອງ​ເພີ່ມ​ອີກ, ເພາະ​ວ່າ​ມີ​ແຕ່​ເຮັດ​ແນວນີ້​ຈິ່ງ​ຊິ​ຫາ​ເງິນ​
ໄດ້​ຫຼາຍ."

"ຂ້ອຍ​ມີ​ລູກ 2 ຄົນ ໄດ້​ເຂົ້າ​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ​ນາ​ເຕີຍ, ປີ​ກາຍນີ້ ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 5 ສ​ປ ຈີນຈຳ​ກັດໄດ້​ບໍ​ລິ
​ຈາກ​ອຸ​ປະ​ກອນ​ການ​ຮຽນ ແລະ​ຄອມ​ພິວ​ເຕີ​ໃຫ້​ທາງ​ໂຮງ​ຮຽນ, ດຽວນີ້ ເດັກ​ນ້ອຍ​ສ່ວນ​ໃຫຍ່​ກໍ່​ຮູ້​ຈັກ​ຫຼິ້ນ​ຄອມ​ພິວ​ເຕີ ເພາະ​ໄດ້​
ສ້າງ​ເງື່ອນ​ໄຂ​ການ​ຮຽນ​ຮູ້​ທີ່​ສຳ​ຄັນ​ໃຫ້​ແກ່​ເຍົາ​ວະ​ຊົນ, ບໍ​ລິ​ສັດ​ຍັງ​ໄດ້​ຊ່ວຍ​ກໍ່​ສ້າງ​ເສັ້ນ​ທາງ​ເບ​ຕົງ​ເຂົ້າ​ໄປ​ເຖິງ​ຕໍ່​ໜ້າ​ປະ​ຕູ​ໂຮງ
​ຮຽນ, ເວ​ລາ​ໄປ​ຮັບ​ສົ່ງ​ລູກ​ໄປ​ໂຮງ​ຮຽນ​ກໍ່​ມີ​ຄວາມ​ສະ​ດວກ​ຫຼາຍ."



1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ