ຈັດ​ກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ-ອິນ​ໂດ​ເນ​ເຊຍຄັ້ງ​ທີ 3
2018-02-10 15:32:33  cri 

ວັນ​ທີ 9 ກຸມ​ພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກັບ ທ່ານ​ນາງ​ໂຣດ​ໂນ ມາ​ຊູ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​​ຮ່ວມ​ກັນ​ເປັນ​ປະ​ທານໄຂ​ກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ-ອິນ​ໂດ​ເນ​ເຊຍຄັ້ງ​ທີ 3.

ທ່ານ​ວາງ​ອີ້​ກ່າວ​ວ່າ, ຈີນ - ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ໃກ້​ຄຽງທີ່​ສຳ​ຄັນ​ຂອງ​ກັນ​ແລະ​ກັນ, ຈີນ​​ຖື​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ກັບ​ອິນ​ໂດ​ເນ​ເຊຍ​. ປີ​ນີ້​ແມ່ນ​ຈີນ - ອິນ​ໂດ​ເນ​ເຊ​ຍ​ສ້າງ​ການ​ພົວ​ພັນ​​ຄູ່​ຍຸດ​ທະ​ສາດ​​ຮອບ​ດ້ານ​ຄົບ​ຮອບ 5 ປີ, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ອິນ​ໂດ​ເນ​ເຊຍ​ເພື່ອ​ໃຫ້​ການ​ໄປ​ມາ​ຫາ​ສູ່ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຮັດ​ແໜ້ນ​ຕື່ມ​ອີກ, ພ້ອມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ", ຊຸກ​ຍູ້ໃຫ້ການ​ພົວ​ພັນ​ຈີນ-ອິນ​ໂດ​ເນ​ເຊຍ​ຂະ​ຫຍາຍ​​ຕົວ​ລົງ​ສູ່​ລວງ​ເລິກ ແລະ ຮອບ​ດ້ານ. ​ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດົງ​​ແມ່ນໂຄງ​ການ​ສຳ​ຄັນ​ທີ່​ມີ​ລັກ​ສະ​ນະ​ສັນ​ຍະ​ລັກ​ໃນ​ການ​ຮ່ວມກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ"​ຂອງ​ສອງ​ປະ​ເທດ, ຈີນ​ຍິນ​ດີ​ປະ​ສານ​ສົມ​ທົບ​ກັບ​ອິນ​ໂດ​ເນ​ເຊຍ​ຢ່າງ​ໃກ້​ຊິດ ​ຊຸກ​ຍູ້​ໂຄງ​ການນີ້​ເລິ່ມ​ກໍ່​ສ້າງ​ຢ່າງ​ຮອບ​ດ້ານ​ໂດຍ​ໄວ.

ທ່ານ​ວາງ​ອີ້​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ນຳ​ບົດ​ບາດ​ຂອງ​ອິນ​ໂດ​ເນ​ເຊຍ​ຢູ່​ໃນ​ອາ​ຊ​ຽນ, ຍິນ​ດີ​​ຮ່ວມ​ມື​ກັບ​ອິນ​ໂດ​ເນ​ເຊຍ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ ຖື​​ການສ້າງ​ການ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ຄົບ​ຮອບ 15 ປີ​ໃນ​ປີ​ນີ້​ເປັນ​ໂອ​ກາດ, ​ຍົກ​ລະ​ດັບ​ຂອງການ​ພົວ​ພັນ​ຈີນ-ອາ​ຊຽນ​ໃຫ້​ສູງ​ຂຶ້ນ,​ເພີ່ມພະ​ລັງ​ຊີ​ວິດ​ຊີ​ວາ​ອັນ​ໃໝ່​ເຂົ້າ​ໃນ​ການ ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແລະ ຂະ​ບວນ​ການ ​ ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃນພາກ​ພື້ນ. ຈີນ​ຍິນ​ດີ​ຮ່ວມກັບ​ອິນ​ໂດ​ເນ​ເຊຍ ຕັ້ງ​ໜ້າ​ຮັບ​ໜ້າ​ທີ່​ສາ​ກົນ ແລະ ຮ່ວມກັນ​ແກ້​ໄຂກັບ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ສຳ​ຄັນ, ພ້ອມ​ກັນ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ