ໂຄງ​ການ​​ກໍ່​ສ້າງທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຮັບ​ຄວາມ​ຄືບ​ໜ້າເປັນ​ຢ່າງ​ດີ
2018-02-11 11:31:46  cri 

ໜັງ​ສື​ພິມ​ວຽງ​ຈັນ​ທາມ​ລາຍ​ງານ​ວ່າ: ເມື່ອ​ມໍ່ໆ​ນີ້,​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ເປີດ​ເຜີຍ​ວ່າ: ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ກຳ​ລັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ເປັນ​ຢ່າງ​ດີ. ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທອງ​ລຸນ​ສີ​ສຸ​ລິດ, ປັບ​ເວ​ລາ​ໂຄງ​ການກໍ່​ສ້າງ​ໃຫ້​ສຳ​ເລັດ​ກ່ອນ​ກຳ​ນົດ​​ທີ່​ຈະ​ເຖິງວັນ​ຊາດ ສ​ປ​ປລາວ​ຄົບ​ຮອບ 46 ປີ​ຄື​ວັນ​ທີ 2 ທັນ​ວາ 2021.

ປັດ​ຈຸ​ບັນ, ໄດ້​ລົງ​ມື​ເຈາະ​ອຸ​ໂມງທັງ​ໝົດ  53 ແຫ່ງ​ແລ້ວ ເຊິ່ງ​ມີ​ຄວາມ​ຍາວ​ທັງ​ໝົດ 37314 ແມັດ,ກວມ 18,8%, ໃນ​ນີ້, ກຳ​ລັງ​ກໍ່​ສ້າງ​ຂົວ 47 ແຫ່ງ​ໃນ​ຈຳ​ນວນ​ຂົວ​ທັງ​ໝົດ 167 ແຫ່ງ​. ມາ​ຮອດ​ທ້າຍ​ປີ 2017 ຜ່ານ​ມາ,ສາ​ມາດ​ສຳ​ເລັດ​ການ​ລົງ​ທຶນ​ແລ້ວ 20,3%. ແຕ່​ປັດ​ຈຸ​ບັນ, ສຳ​ລັບ​ມາດ​ຕະ​ຖານ​ຄ່າ​ທົດ​ແທນ​ການ​ເວນ​ຄືນ​ທີ່​ດິນ​,ມ້າງ​ແລະ​ຍ້າຍ​ເຮືອນ​ປະ​ຊາ​ຊົນ​ທີ່​ລຽບ​ຕາມ​ເລວ​ທາງ​ລົດ​ໄຟ​ນັ້ນ​ຍັງ​ບໍ່​ທັນ​ຕົກ​ລົງ​ເທື່ອ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ