ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສາ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ສອງ​ຝ່າຍຈີນ-ຟິ​ລິບ​ປິນ​ຄັ້ງ​ທີ 2 ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້
2018-02-11 16:06:42  cri 
    ຫວ່າງມໍ່ໆ​ມານີ້, ທ່ານ ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສາ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ສອງ​ຝ່າຍຈີນ-ຟິ​ລິບ​ປິນ ຫຼື  BCM ​ຄັ້ງ​ທີ 2 ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ຈີນ​ຫວັງ​ວ່າ, ​ກອງ​ປະ​ຊຸມຈະ​ໄດ້​ໄຂ​ຂຶ້ນ​ຢ່າງ​ສະ​ດວກ ເພື່ອ​ລົງ​ເລິກ​ການ​ທຳ​ຄວາມ​ເຂົ້າ​ໃຈ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຕື່ມ​ອີກ ແລະ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ງາມ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ຟິ​ລິບ​ປິນ​ຢ່າງ​ປອ​ດ​ໃສ ແລະ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ.

    ທ່ານ ເກິງ​ສວງ ກ່າວ​ຕື່ມ​ວ່າ,  ກອງ​ປະ​ຊຸມ BCM ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ກຸ້ຍ​ຢາງ​ປະ​ເທດຈີນຢ່າງ​ສຳ​ເລັດ​ຜົນ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2017 ຜ່ານ​ມາ ແລະ​ສອງ​ຝ່າຍ​ກໍ​ໄດ້​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ບັງ​ເກີດ​ຜົນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ແລະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ເທິງ​ທະ​ເລ​ມາ​ໂດຍ​ຕະຫຼອດ.

    ທ່ານ​ກ່າວ​ອີກວ່າ, ປັດ​ຈຸ​ບັນ, ສອງ​ຝ່າຍ​ພວມ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ລາຍລະ​ອຽດ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ກົນ​ໄກ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ