ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຂອງ​ເມືອງ​ທົງ​ຈື​ແຂວງ​ກຸ້ຍ​ໂຈ່ວ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ
2018-02-11 16:49:19  cri 



   

    ຫວ່າງມໍ່​ໆ​ມານີ້, ເມືອງ​ທົງ​ຈື​ແຂວງ​ກຸ້ຍ​ໂຈ່ວ ສ​ປ ຈີນ ໄດ້​ຈັດ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ 2018 ຂອງ​ບ້ານ​ໃໝ່​ຊາວ​ຍ້າຍ​ຖິ່ນ​ຖານ ໂດຍ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ 5000 ກວ່າ​ຄົນ​ທີ່​ໄດ້​ຍ້າຍ​ຖິ່ນ​ຖານ​ໄປ​ຢູ່ 4 ບ່ອນ ເຊັ່ນ ບ້ານ​ໃໝ່​ຮ​ວ່າ​ຢວນ​ສຳ​ລັບ​ຊາວ​ຍ້າຍ​ຖິ່ນ​ຖານ ເປັນ​ຕົ້ນ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກນັ້ນ ໄດ້​ຮ່ວມ​ກັບ​ປະ​ຊາ​ຊົນ​ແລະ​ພະນັກ​ງານ​ທ້ອງ​ຖິ່ນ​ກິນ​ເຂົ້າ​ໜົມ​ບົວ​ລອຍ, ຕິດ​ຄະ​ຕິ​ຄູ່​ ແລະ​ເບິ່ງ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ເພື່ອ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ​ພ້ອມ​ກັນ.

    ເພື່ອ​ປະ​ຕິ​ບັດວຽກ​ງານ​​ຍ້າຍ​ຖິ່ນ​ຖານ​ແລະ​​ຄ້ຳ​ປະ​ກັນ​ສຳ​ລັບ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢ່າງ​ຮອບ​ດ້ານ ແລະ​ເຮັດ​ໃຫ້​ເຂົ​າ​ເຈົ້າຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄວ​ຂຶ້ນກວ່າ​ເກົ່າ, ອົງ​ການ​ປົກ​ຄອງ​ເມືອງ​ທົງຈືໄດ້​ໃຊ້​ງົບ​ປະ​ມານ 1 ຕື້ 200 ລ້ານຢວນ​ ເຂົ້​າ​ໃນ​ການ​ສ້າງ​ຈຸດ​ຍ້າຍ​ຖິ່ນ​ຖານ 11 ແຫ່ງ​ຢູ່​ກຸ່ມ​ບ້ານ​ຕ່າງໆ​ ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ 19992 ຄົນ​ຈາກ 5038 ຄອບ​ຄົວ​ໃນ 188 ບ້ານ​ຂອງ 25 ກຸ່ມ​ບ້ານ​ໃນ​ທົ່ວ​ເມືອງ, ຄາດ​ວ່າ ໃນ​ປີ 2018 ນີ້ ຈະ​ສຳ​ເລັດ​ໃນ​ການ​ຍ້າຍ​ຖິ່ນ​ຖານ​ໃຫ້ 2 ໝື່ນ​ຄົນ​ຢ່າງ​ຮອບ​ດ້ານ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ