ກອງ​ປະຊຸມ​ຄັ້ງທີ 33 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ
2018-02-12 10:54:56  cri 

ກອງ​ປະຊຸມ​ປະທານ​ຄັ້ງທີ 111 ຂອງຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ຊຸດ​ທີ 12 ​ໄດ້​ຈັດ​ຂຶ້ນຢູ່ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ ​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ກຸມພາ​ນີ້ ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ ​ແລະ​ໄດ້​ຕົກລົງ​ຈະ​ຈັດ​ກອງ​ປະຊຸມ​ຄັ້ງທີ 33 ຂອງຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດຊຸດ​ທີ 12 ​ແຕ່​ວັນ​ທີ 23-24 ກຸມພາ​ນີ້.

ໜ້າ​ທີ່​ສຳຄັນຂອງກອງ​ປະຊຸມ​ຄັ້ງທີ 33 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12 ກໍ​ຄື ທຳ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຄັ້ງທີ​ໜຶ່ງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 13 ທີ່​ຈະ​ຈັດ​ຂຶ້ນ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ​ນີ້.

​ໃນ​ກອງ​ປະຊຸມ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ທ່ານ​ຫວາງ​ເສີນ ຮອງ​ປະທານ​ ທັງ​ເປັນ​ເລຂາທິການ​ໃຫຍ່ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ ​ໄດ້​ລາຍ​ງານ​ຮ່າງ​ວາລະ​ກອງ​ປະຊຸມ ​ແລະ ຄວາມ​ເຫັນ​ຂອງ​ການຈັດ​ວາງ​ວາລະ​ກອງ​ປະຊຸມ​ຄັ້ງທີ 33 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12. ຂະນະ​ທີ່​ທ່ານ​ຮອງ​ເລຂາທິການ​ໃຫຍ່​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ ​ແລະ ຜູ້​ຮັບຜິດຊອບຄະນະ​ກຳມະການ​ສະ​ເພາະ​ກິດຂອງ​ສະ​ພາປະຊາຊົນ​ແຫ່ງ​ຊາດ, ຄະນະ​ກຳມະການ​ວຽ​ກງານ​​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ກວດກາ​ຄຸນ​ວຸດ​ທິຜູ້​ແທນ ກໍ​ໄດ້​ລາຍ​ງານ​ໃນ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ​ຂອງ​ກອງ​ປະຊຸມ​ຄັ້ງທີ 33 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ