ນັກ​ທ່ອງ​ທ່ຽວ​ຈີນ​ເດີນທາງ​ໄປ​ສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ​ຢູ່​ປະ​ເທດ​ກຳປູ​ເຈຍຢ່າງຫຼວງ​ຫຼາຍ
2018-02-12 15:43:28  cri 
ວັນ​ທີ 11 ກຸມພາ​ນີ້​ກົງ​ກັບ​ມື້​ແຮມ​ຄ່ຳ​ເດືອນ 12 ຕາມ​ຈັນທະຄະຕິ​ຈີນ, ບຸນ​ກຸດ​ຈີນ​​ໃກ້​ຈະ​ມາ​ເຖິງ​ນີ້, ນັກ​ທ່ອງ​ທ່ຽວ​ຈີນຈຳນວນ​ຫຼວງ​ຫຼາຍ​ເດີ​ມທາງ​​ໄປປະ​ເທ​ດກຳ​ປູ​ເຈຍ ​ເພື່ອສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ ​​ເຮັດ​ໃຫ້​ໂຮງ​ແຮມ​ທີ່​ຕັ້ງ​ຢູ່​​ໃກ້ສະຖານ​ທີ່​ທ່ອງ​ທ່ຽວຕ່າງໆ​ຢູ່ກຳ​ປູ​ເຈຍ​​ເຕັມໝົດ​ແລ້ວ.

ທ່ານມາວ​ເຊີນ​ເອິ່ນ ປະທານ​ບໍລິສັດ​​ທ່ອງ​ທ່ຽວ​ສາກົນ​ເຈ​ຕາ​ກຳ​ປູ​ເຈຍ​ກ່າວ​ວ່າ: ນັບ​ແຕ່​ທ້າຍ​ປີ 2017​ ​ເປັນ​ຕົ້ນ​ມາ, ບໍລິສັດທ່ອງ​ທ່ຽວ​ຈີນ​ປະຈຳ​ກຳປູ​ເຈຍ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວຈີນ​ເຂົ້າ​ມາສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນຢ່າງ​ຫຼວງ​ຫຼາຍ, ມາ​ຮອດ​ປະຈຸ​ບັນ​ນີ້, ​ໂຮງ​ແຮມ​ທີ່​ຕັ້ງ​ຢູ່​ໃກ້​ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ເຕັມໝົດ​ແລ້ວ.

ກອງ​ເລຂາການບິນພົນລະ​ເຮືອນກຳປູ​ເຈຍ​​ເປີດ​​ເຜີຍ​ວ່າ: ປັດຈຸບັນ​ນີ້, ມີ​ບໍລິສັດ​ການບິນ 15 ບໍລິສັດໄດ້​ເປີ​ດສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ກຳປູ​ເຈຍ-ຈີນ ​ເຊິ່ງລວມທັງບໍລິສັດ​ການບິນກຳ​ປູ​ເຈຍ 3 ບໍລິສັດ ​ແລະ​ບໍລິສັດການບິນ​ຈາກ​ຈີນ 12 ບໍລິສັດ. ​ໃນ​ປີ 2017, ມີ​ນັກ​ທ່ອງ​ທ່ຽວ​ຈີນປະມານ 1,2 ລ້ານ​ຄົນ​ເຂົ້າມາ​ທ່ຽວ​ກຳ​ປູ​ເຈຍ, ກວມ​ເອົາ 21% ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ, ​ເພີ່ມ​ຂຶ້ນ 46% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ