​ໃນ​ປີ 2017 ສະຫະພາບ​ເອີ​ຣົບ​ໄດ້​ລົງທຶນ​ຕໍ່​ອິນ​ໂດ​ເນ​ເຊຍ​​ເຖິງ 3,4 ຕື້​ໂດ​ລາ​ສະຫະລັດ
2018-02-12 16:33:59  cri 
ທ່ານ​ຟາຣາ ຣັດນະ​​ເດີວິ ອີນ​ດຼິອັນ​ນີ ຮອງ​ປະທານ​ຄະນະ​ກຳມະການ​ປະສານ​ງານການ​ລົງທຶນ​ອິນ​​ໂດ​ເນ​ເຊຍ​ກ່າວ​ຢູ່​ນະຄອນຫຼວງ​ຈາ​ກາ​ຕ້າ​ວ່າ: ​ໃນ​ປີ 2017, ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບເອີຣົບ​ໄດ້​ລົງທຶນ​ຕໍ່​ປະ​ເທດ​ຕົນ​ເຖິງ 3,4 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມຂຶ້ນ 20% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2016 ​ແລະ​ກວມ​ເອົາ​ປະມານ 10% ຂອງ​ມູນ​ຄ່າການ​ລົງ​ທຶນ​ທັງ​ໝົດ​ຂອງ​ປະ​ເທດ​ຕົນ.

ສະຫະພາບ​ເອີຣົບ​ກາຍ​ເປັນ​ແຫຼ່ງການ​ລົງທຶນ​ອັນ​ດັບ​ທີ 4 ຂອງ​ອິນ​ໂດ​ເນ​ເຊຍ​ ຖັດຈາກ​ປະ​ເທດ​ສິງ​ກະ​ໂປ, ຍີ່ປຸ່ນ ​ແລະ​ຈີນ. ​ໃນ​ບັນດາ​ປະ​ເທດສະຫະພາບ​​ເອີຣົບ, ປະ​ເທດ​ໂຮ​ນລັງ ​ແລະ​ອັງກິດ​ແມ່ນ​ປະ​ເທດ​ທີ່​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ລົງ​ທຶນ​ຕໍ່​ອິນ​ໂດ​ເນ​ເຊຍ​ຫຼາຍ​ທີ່​ສຸດ ​ເຊິ່ງກວມ​ເອົາ 41% ​ແລະ 24% ຕາມ​ລຳດັບຂອງ​ຈຳນວນ​ການ​ລົງ​ທຶນ​ຂອງ​ສະຫະພາບ​ເອີຣົບຕໍ່​ອິນ​ໂດ​ເນ​ເຊຍ​ທັງ​ໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ