ເດັກ​ນ້ອຍອີ​ຣັກ 1/4 ທຸກ​ຍາກ
2018-02-12 16:12:47  cri 
    ກອງ​ທຶນ​​ສຳ​ລັບເດັກ​​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ຫຼື ຢູ​ນີ​ເຊັ​ຟ ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 11 ກຸມ​ພານີ້​ວ່າ, ສົງ​ຄາມ​ທີ່ກໍ່​ຂຶ້ນ​ໂດຍ​ກຸ່ມຫົວ​ຮຸນ​ແຮງ IS ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ໄດ້​ເຮັດ​ໃຫ້​ເດັກ​ນ້ອຍ​ອີ​ຣັກ 1/4 ດຳ​ລົງ​ຊີ​ວິດ​ຢ່າງ​ທຸກ​ຍາກລຳ​ບາກ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ປັດ​ຈຸ​ບັນ, ເດັກ​ນ້ອຍ​ອີ​ຣັກ 3 ລ້ານ 7 ແສນ​ຄົນ​ຕົກ​ຢູ່​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ​ຍ້ອນ​ສົງ​ຄາມ, ອີກຫຼາຍກວ່າ 3 ລ້ານ​ຄົນ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ສຶກ​ສາ​ເປັນ​ປົກ​ກະ​ຕິ ໂດຍຫຼາຍ​ຄົນ​ຖືກ​ບັງ​ຄັບ​ໃຫ້​ປະ​ລະ​ການ​ຮຽນ​ຍ້ອນ​ທຸກ​ຍາກ.

    ອົງ​ການຢູ​ນີ​ເຊັ​ຟ ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ, ຢູ່​ອີ​ຣັກ ໄດ້​ເກີດ​ການຫຼອນ​ໂຈມ​ຕີ​ທີ່​ແນ​ໃສ່​ສິ່ງກໍ່​ສ້າງການ​ສຶກ​ສາ​150 ເທື່ອແລະ​ສາ​ທາ​ລະ​ນະ​ສຸກ 50 ເທື່ອ. ປັດ​ຈຸ​ບັນ, ໂຮງ​ຮຽນ​ເຄິ່ງ​ໜຶ່ງ​ຂອງ​ອີ​ຣັກ​ຕ້ອງ​ການ​ສ້ອມ​ແປງ​ຄືນ​ໃໝ່. ຢູ​ນີ​ເຊັ​ຟ ຍັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ຊ່ວຍ​ເຫຼືອ​ອີ​ຣັກ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ເດັກ​ນ້ອຍ​ຕ້ອງ​ການ ແລະ​ໃຫ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແກ່​ເດັກ​ນ້ອຍ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ