ໄທ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບປະ​ເທດ​ອ້ອມ​ຂ້າງ
2018-02-13 16:50:11  cri 

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສົນ​ທິຣັດ ສົນ​ທິຈິຣະພົງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ໄທ ​ໄດ້​​ແນະນຳ​ໃຫ້​ພະ​ແນ​ກການ​ຄ້າ​ຕ່າງປະ​ເທດ​ຊຸກຍູ້ວຽກ​ງານ​ໄລຍະ​ທີ 4 ຂອງ​​ແຜນການ​ສົ່ງ​ເສີມ​ນັກທຸລະກິດ​ຊາວ​ໜຸ່ມ​ພັດທະນາ​​ເສດຖະກິດ​ການ​ຄ້າ​ກັບປະ​ເທດ​ອ້ອມ​ຂ້າງ, ​ໂດຍ​ສະ​ເພາະ​ຕ້ອງເພີ່ມ​ທະວີການ​ພົວພັນ​ດ້ານ​ເສດຖະກິດ​ແລະ​ການ​ຄ້າ​ຕາມ​ຊາຍ​ແດນ​ກັບ​ລາວ, ກຳປູ​ເຈຍ, ມຽນມາ ​ແລະ ຫວຽດນາມ.

ທ່ານ​ສົນ​ທິຣັດ ກ່າວວ່າ: ຄວນອົບຮົມ​ສ້າງ​ນັກທຸລະ​ກິດ​ຊາວ​ໜຸ່ມ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໃຫ້ຫຼາຍກວ່າ​ເກົ່າ ​ເຊິ່ງຈະ​ເປັນ​ກຳລັງ​ແກ່ນສານ​ຂອງ​ການ​ພັດທະນາ​ເສດຖະກິດ​ໄທ​ໃນ​ອະນາຄົດ ​ແຕ່​ປັດຈຸບັນ ນັກທຸລະກິດ​ເຫຼົ່ານີ້​ສ່ວນຫຼາຍຍັງດຳ​ເນີນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ ​ ໃນ​ຕໍ່ໜ້າ​ກໍ​ມີ​ຄວາມ​ຫວັງ​ຈະ​ຂະຫຍາຍຕົວ​ແລະ​ເຕີບ​​ໃຫຍ່​ຂຶ້ນ ແລະ​​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​​ໃນການ​ພົວພັນ​ດ້ານ​ເສດຖະກິດ, ​ການ​ຄ້າ-ການ​ລົງທຶນ ລະຫວ່າງ​ໄທ​ແລະ​ລາວ, ກຳປູ​ເຈຍ, ມຽນມາ ​ແລະ​ຫວຽດນາມ ນີ້​ກໍ​ແມ່ນ​ວຽກ​ງານໜຶ່ງ​ຂອງ​ກະຊວງ​ການ​ຄ້າ​ໄທ​ໃນ​ການປະຕິບັດ​ນະ​ໂຍບາຍ​ການ​ສົ່ງ​ເສີມນັກທຸລະກິດ​ຂະໜາດ​ກາງ​​ແລະ​ນ້ອຍພັດທະນາ​ສູ່​ຕ່າງປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ