ການ​ແຂ່ງ​ຂັນ​ຄວາມ​ຮູ້ "ປະ​ເທດ​ຈີນໃນ​ຫ້ອງ​ຮຽນ​ຂອງ​ເຈົ້າ" ຄັ້ງ​ທີ 11 ທີ່​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປີນ​ສິ້ນ​ສຸດ​ລົງ
2018-02-13 16:35:22  cri 

 

ຕາມ​ຂ່າວ CRI: ການ​ແຂ່ງ​ຂັນ​​ຄວາມ​ຮູ້ "ປະ​ເທດ​ຈີນໃນ​ຫ້ອງ​ຮຽນ​ຂອງ​ເຈົ້າ" ​ສຳ​ລັບ​ນັກ​ຮຽນ​ມັດ​ທະ​ຍົມ​ຟີ​ລິບ​ປີນໄດ້​ສິ້ນ​ສຸດ​ລົງ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 12 ກຸມ​ພາ​ນີ້, ທີມຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ປິ​ນັກ​ບູ​ຮາ​ຕັນ​ນະ​ຄອນ​ປາ​ສິກ​ໄດ້​ຄະ​ແນນ​ດີ​​ກວ່າ​ທຸກ​ທີມໃນ​ການ​ແຂ່ງ​ຂັນ​ຮອບ​ຮອງ​ຊະ​ນະ​ເລີດ​ແລະ​ຮອບ​ຊີງ​ຊະ​ນະ​ເລີດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ແລະ​​ໄດ້​ເປັນແຊມຈາກ 16 ທີມ​ທີ່​ເຂົ້າ​ແຂ່ງ​ຂັນ, ແລະ​ໂຮງ​ຮຽນ​ດັ່ງ​ກ່າວກໍ​ໄດ້​​ເປັນແຊມ 3 ປີ​ລຽນ​ຕິດກັນ​ແລ້ວ. ​ແລະຈະໄປ​ຢ້ຽມ​ຢາມ​ປັກ​ກິ່ງ​ໃນ​ປີ​ນີ້, ​ເພື່ອ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ແລະ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຈີນ​ດ້ວຍ​ຕົນ​ເອງ.

ທ່ານ​ວິ​ເຟ​ຣ​ໂດ ຄາ​​ບຣາ, ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ສຶກ​ສາ​ເຂດ​ນະ​ຄອນ​ຫຼວງ​ມະ​ນີ​ລາ​ກ່າວ​ວ່າ, ແນວ​ຄິດ​ບໍ່​ມີ​ພົມ​ແດນ, ຫວັງ​ວ່າ​ຜ່ານ​ການ​ຈັດ​ກິດ​ຈະ​ກຳ​ຄັ້ງ​ນີ້​ສາ​ມາດ​ຊຸກ​ຍູ້​ແລກ​ປ່ຽນ​ແລະ​ສ້າງ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າ​ງ​ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ. ​ທ່ານ​​ກ່າວຕື່ມ​ວ່າ​ເລີ່ມ​ແຕ່​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ມາ​ນີ້, ໄດ້​ຮັບ​ຄວາມ​ນິ​ຍົມ​ແລະ​ຕີ​ລາ​ຄາ​ສູງ​ຈາກ​ຄູອ​າ​ຈານ​ແລະ​ນັກ​ຮຽນ​​ຢ່າງ​ຫຼວງຫຼາຍ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ