ອິນ​ໂດ​ເນ​ເຊຍ​​ຈະແຜນ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​​ເຫຼັກກ້າ​ຈີນ
2018-02-13 15:32:16  cri 
ສະມາຄົມ​ເຫຼັກ​ກ້າອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ: ​ໃນ​ປີ 2017, ການ​ນຳ​​ເຂົ້າ​ເຫຼັກກ້າ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ບັນລຸ​ເຖິງ 6,43 ລ້ານ​ໂຕນ, ກວມ​ເອົາ 48% ຂອງ​ຄວາມ​ຕ້ອງການ​ທັງ​ໝົດ​ປີ, ສະ​ນັ້ນ ອິນ​ໂດ​ເນ​ເຊຍ​ມີແຜນ​ຈະຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ເຫຼັກ​ຈີນ ​ເພື່ອ​​​ເປີດ​ກວ້າງ​ຄວາມ​ສາມາດ​ການ​ຜະລິດ.

ທ່ານ​ມັສ ວີກຣັນ​ໂຕ​ໂຣ ​ໂຣສ ​ເຊຕິ​ຢາດີ ປະທານ​ສະມາຄົມ​ຂະ​ແໜງ​ການ​ເຫຼັກ​ອິນ​ໂດ​ເນ​ເຊຍ​ກ່າວວ່າ: ປະ​ລິ​ມານ​ການ​ນຳ​ເຂົ້າ​ເຫຼັກຕາມ​ປົກກະຕິ​ແມ່ນ 30% ຂອງ​ຄວາມ​ຕ້ອງການທັງ​ໝົດ, ​ແຕ່​ເນື່ອງ​ຈາກປະລິມານ​ການ​ຜະລິດພາຍ​ໃນບໍ່​ພຽງພໍ, ຈຶ່ງຈຳ​ເປັນ​ຕ້ອງ​​ເປີດ​ກວ້າງ​ການ​ນຳ​ເຂົ້າ. ​ເພື່ອ​ຫຼຸດຜ່ອນ​ການອາ​ໄສ​ຕໍ່​ການ​ນຳ​ເຂົ້າ, ກະຊວງ​ອຸດສາຫະກຳ​ອິນ​ໂດ​ເນ​ເຊຍ​ໄດ້​ເລັ່ງຂະ​ບວນການ​ຜະລິດ​ພາຍ​ໃນ​ປະ​ເທດ ​ແລະ​ວາງແຜນສ້າງ​ຕັ້ງໂຮງງານ​​ຜະລິດ​ເຫຼັກ​ກ້າຂະ​ໜາດ​ໃຫຍ່ 3 ​ແຫ່ງທີ່​ຕັ້ງ​ຢູ່​ກາ​ລິ​ມັນ​ຕັນ​ໃຕ້ ​ແລະ​ສຸລາ​​ເວ​ສີກາງ ​ເຊິ່ງມີ​ມູນ​ຄ່າ​ການ​ລົງທຶນ​​ເຖິງ 14,89 ຕື້​ໂດ​ລາ​ສະຫະລັດ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ