ໄທ​ອະ​ນຸ​ມັດ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໃໝ່ 22 ແຫ່ງໃນ​ເດືອນ​ມັງ​ກອນ​ຜ່ານ​ມາ
2018-02-14 16:22:19  cri 
    ກ່ອນ​ໜ້ານີ້​ບໍ່​ດົນ, ກະ​ຊວງ​ການ​ຄ້າ​ໄທ​ເປີດ​ເຜີຍ​ວ່າ, ເດືອນ​ມັງ​ກອນ​ຜ່ານ​ມາ, ໄດ້​ອະ​ນຸ​ມັດ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ​22 ແຫ່ງໃຫ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ປະ​ເທດ​ຕົນ, ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້ ຕົ້ນ​ຕໍ​ມາ​ຈາກ​ຍີ່​ປຸ່ນ, ເຢຍ​ລະ​ມັນ ແລະ​ແຜ່ນ​ດິນ​ໃຫຍ່​ຈີນ ໂດຍ​ໄດ້​ລົງ​ທຶນ​ທັງ​ໝົດ 73 ຕື້ 500 ລ້ານ​ບາດ ແລະ​ສ້າງ​ຕຳ​ແໜ່ງ​ງານ 400 ຕຳ​ແໜ່ງ ທັງ​ໄດ້​ເຜີຍ​ແຜ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃໝ່​ແລະ​ຄວາມ​ຮູ້​ວິ​ຊາ​ສະ​ເພາະ​ດ້ານ​ຂະ​ແໜງ​ການ​ຕໍ່​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ.

    ເມື່ອ​​ແບ່ງ​ຕາມ​ຂະ​ແໜງ​ການ​ແລ້ວ, ມີວິ​ສາ​ຫະ​ກິດ​ບໍ​ລິ​ການ 4 ແຫ່ງ​ໃຫ້​ການ​ບໍ​ລິ​ການ​ແກ່​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ ເຊິ່ງ​ຕົ້ນ​ຕໍ​ມາ​ຈາກ​ແຜ່ນ​ດິນ​ໃຫຍ່ ແລະ ຮົງ​ກົງ​ຈີນ, ມີ​ວິ​ສາ​ຫະ​ກິດ​ບໍ​ລິ​ການ 5 ແຫ່ງ​ໃຫ້​ການ​ບໍ​ລິ​ການ​ແກ່​ລູກ​ຄ້າ, ​ມາ​ຈາກ​ຍີ່​ປຸ່ນ, ໄຕ້​ຫວັນ​ຈີນ ແລະ​ສິງ​ກະ​ໂປ, ມີ​ວິ​ສາ​ຫະ​ກິດ​ບໍ​ລິ​ການ 5 ແຫ່ງ​ໃຫ້​ການ​ບໍ​ລິ​ການ​ແກ່​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ, ມາ​ຈາກ​ມາ​ເລ​ເຊຍ, ແຜ່ນ​ດິນ​ໃຫຍ່​ຈີນ ແລະ​ໂຮນ​ລັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ