ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ລາ​ອອກ​ຈາກ​ຕຳ​ແໜ່ງ
2018-02-15 11:44:41  cri 
ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ຕອນ​ຄ່ຳ​ວັນ​ທີ 14 ກຸມ​ພານີ້, ຢູ່ນະ​ຄອນ​ຫຼວງ​ເປຼ​ໂຕ​ເລຍ​ຂອງ​ອາ​ຟ​ຣິ​ກາ​ໃຕ້, ທ່ານຈາ​ຄົບ ຈູ​ມາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ຕໍ່​ທົ່ວ​ປະ​ເທດ, ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ທັນ​ທີ.

ໃນ​ຄຳ​ປາ​ໄສ​ເປັນ​ເວ​ລາປະ​ມານ 30 ນາ​ທີ, ທ່ານ​ຈູ​ມາ​ກ່າວ​ວ່າ: ບໍ່​ເຫັນ​ດີ​ນຳ​ຂໍ້​ຕົກ​ລົງ​ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ປະ​ຊາ​ຊົນ​ຄົນ​ອາ​ຟ​ຣິ​ກາ ພັກ​ກຳ​ອຳ​ນາດ​ຂອງ​ອາ​ຟ​ຣິ​ກາ​ໃຕ້​ ທີ່​ຮຽກ​ຮ້ອງ​ໃຫ້​ທ່ານລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ທັນ​ທີ, ແຕ່​ທ່ານ​ກ່າວ​ວ່າ: "ສະ​ພາ​ປະ​ຊາ​ຊົນ​ຄົນ​ອາ​ຟ​ຣິ​ກາບໍ່​ຄວນ​ແຕກ​ແຍກ​ກັນ​ຍ້ອນ​ຂ້າ​ພະ​ເຈົ້າ​ເອງ​ຢ່າງ​ເດັດ​ຂາດ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ, ແລະ​ປະ​ຕິ​ບັດໃນ​ທັນ​ທີ". ຕາມ​ສື່​ມວນ​ຊົນ​ອາ​ຟ​ຮິ​ກາ​ໃຕ້​ແຈ້ງ​ຂ່າວ​ວ່າ: ພາຍ​ຫຼັງ​ທ່ານ​ຈູ​ມາ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ແລ້ວ, ທ່ານຊີ​ຣິວ ຣາ​ມາ​ໂຟ​ຊາ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ຄົນ​ອາ​ຟ​ຣິ​ກາ​ຜູ້​ໃໝ່ ທັງ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ຈະ​ເປັນ​ວ່າ​ການ​ແທນປະ​ທາ​ນາ​ທິ​ບໍ​ດີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ