ທ່ານ​ສີ​ຈິ້ນ​ຜິງອວຍ​ພອນ​ປີ​ໃໝ່​ຈີນ​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ
2018-02-15 11:57:39  cri 


(ທ່ານ​ສີຈິ້ນ​ຜິງ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​ກຸດ​ຈີນ​ໄປ​ຍັງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ)


ຕອນ​ເຊົ້າ​ວັນ​ທີ 14 ກຸມ​ພານີ້ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ ແລະ​ອວຍ​ພອນ​ບຸນ​ປີ​ໃໝ່ ຫຼື​ກຸດ​ຈີນ 2018 ເຊິ່ງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ເຫັນ​ທີ່​ສຳ​ຄັນ​ໂດຍ​ຊີ້​ອອກວ່າ, ໃຫ້ພວກ​ເຮົາ​ຈົ່ງ​ບໍ່​ລືມ​ອຸ​ດົມ​ການ​, ຈົດ​ຈຳ​ພາ​ລະ​ກຳ ສືບ​ຕໍ່​ຂຽນ​ໜ້າ​ໃໝ່​ແຫ່ງ​ປະ​ຫວັດ​ສາດ​ກ່ຽວ​ກັບ​ການ​ສູ້​ຊົນ​ຄັ້ງ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຈີນ 1 ຕື້ 300 ລ້ານກວ່າ​ຄົນ.

​ມື້ດຽວ​ກັນ ບຸກ​ຄົນ​ວົງ​ການ​ຕ່າງໆ 2000 ກວ່າ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ຫໍ​ລ້ຽງ​ອາ​ຫານ​ຂອງ​ຫໍ​ສະ​ພາ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ເຫັນ​ວ່າ:

ເນຶ່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ທີ່​ທຸດ​ຂອງ​ຊາວ​ຈີນ​ວຽນ​ມາ​ເຖິງ ພວກ​ເຮົາ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງນີ້ ເພື່ອ​ອຳ​​ລາ​​ປີ​ເກົ່າ ​ຕ້ອນ​ຮັບ​ປີ​ໃໝ່ ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ. ກ່ອນ​ອື່ນ ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ສູນ​ກາງ​ພັກ ແລະ​ລັດ​ຖະ​ບານ​ສະ​ແດງ​ຄວາມອວຍ​ພອນ​ອັນ​ປະ​ເສີດ​ໃນ​ຍາມ​ບຸນ​ມາ​ຍັງ​ບັນ​ດາ​ທ່ານ! ອວຍ​ພອນ​ປີ​ໃໝ່​ໄປ​ຍັງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າໃນ​ທົ່ວ​ປະ​ເທດ​ຈີນ, ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ພິ​ເສດ​ຮົງ​ກົງ ມາ​ກາວ ພີ່​ນ້ອງ​ໄຕ້​ຫວັນ ແລະ​ຈີນ​ຕ່າງ​ດ້າວ ແລະ​ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ຕ່າງ​ປະ​ເທດ. ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ທ່ານ​ຈົ່ງ​ປະ​ສົບ​ຄວາມ​ສີ​ລິ​ມຸງ​ຄຸນ​ໃນ​ບຸນ​ກຸດ​ຈີນ!

ໃນປີ 2017 ທີ່​ຫາ​ກໍ່​ຜ່ານ​ພົ້ນ​ໄປ ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ອັນ​ໃໝ່​ໃນ​ວຽກ​ງານ​ທຸກ​ດ້ານ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ເຊິ່ງນອກ​ຈາກ ລວມຍອດ GDP ຫຼາຍກວ່າ 8200 ຕື້​ຢວນ, ຈັງ​ຫວະ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ບັນ​ລຸ 6,9% ເຮັດ​ໃ​ຫ້​ທົ່ວ​ໂລກ​ຕື່ນ​ເຕັ້ນ​ນຳ​ແລ້ວ, ຈີນ​ຍັງ​ໄດ້​ຮັບ​ການ​ບຸກ​ທະ​ລຸ​ໃນ​ດ້ານ​ການ​ລົງ​ເລິກ​ດຳ​ເນີນ​ການ​ປະ​ຕິ​ຮູບ, ລົງ​ເລິກ​ການ​ປົກ​ຄອງ​ປະ​ເທດ​ດ້ວຍ​ກົດ​ໝາຍ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ກໍ່​ໄດ້​ຮັບ​ການ​ຊຸກ​ຍູ້​ກ້າວ​ໄປ​ໜ້າ,ການ​ສ້າງ​ສາ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ມີສະ​ພາບ​ການ​ໃໝ່, ການ​ຕ່າງ​ປະ​ເທດ​ຮອບ​ດ້ານ​ໄດ້​ຮັບ​ຜົນ​ງານ​ຢ່າງ​ອຸ​ດົມ​ສົມ​ບູນ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ກໍ່​ໄດ້​ກ້າວ​ໄປ​ໜ້າ​ເລື້ອຍໆ. ໂດຍ​ສະ​ເພາະ​ແມ່ນກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄຂ​ຂຶ້ນ​ຢ່າງ​ມີ​ໄຊ, ອັນ​ໄດ້​ຊີ້​ແຈງ​ທິດ​ຂະ​ຫຍາຍ​ຕົວ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ແລະ​ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ.

ປີ 2018 ແມ່ນ​ປີ​ເລີ່ມ​ຕົ້ນ​ແຫ່ງ​ການ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ຮອບ​ດ້ານ ແມ່ນ​ປີ​ທີ່​ສຳ​ຄັນ​ຂອງ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ແລະ​ບັນ​ລຸ​ແຜນ​ການ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 13 ທັງ​ແມ່ນ​ປີ​ທີ່​ຄົບ​ຮອບ 40 ປີ​ຂອງ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ. ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ທ່ານ​ສີ​ຈິ້ນ​ຜິງ​ກໍ່​ໄດ້​ໃຫ້​ການ​ຊີ້​ແຈງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ປີ 2018.

ໃນ​ເວ​ລາ​​ກ່າວຄຳ​ອວຍ​ພອນ​ປີ​ໃໝ່​ສາ​ກົນ 2018, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ວ່: ຄວາມ​ຜາ​ສຸກ​ແມ່ນ​ໄດ້​ມາ​ຈາກ​ການ​ສູ້​ຊົນ. ໃນ​ພິ​ທີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ໃນ​ວັນ​ທີ 14 ກຸມ​ພານີ້ ທ່ານ​ສີ​ຈິິ້​ນ​ຜິງ​ໄດ້​ມີ​ການ​ອະ​ທິ​ບາຍ​ຕື່ມ​ຕໍ່​ຄຳ​ເວົ້າ​ດັ່ງ​ກ່າວ:

ມື້ນີ້ ຂ້າ​ພະ​ເຈົ້າ​ຍັງ​ຊິ​ເວົ້າ​ວ່າ, ການ​ສູ້​ຊົນ​ນັ້ນ​ເອງ​ກໍ່​ຄື​ຄວາມ​ຜາ​ສຸກ​ອີກ​ຢ່າງ​ໜຶ່ງ. ຊີ​ວິດ​ທີ່​ສູ້​ຊົນ​ຈິ່ງ​ຖື​ເປັນ​ຊີ​ວິດ​ທີ່​ມີ​ສຸກ. ຍຸກ​ໃໝ່​ແມ່ນ​ຍຸກ​ຂອງ​ຜູ້​ສູ້​ຊົນ. ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ຖື​ເອົາ​ການ​ຄອງ​ຄອຍ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ນັ້ນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ, ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ປະ​ຊາ​ຊົນ, ແລະ​ສູ້​ຊົນ​ຮ່ວມ​ກັບ​ປະ​ຊາ​ຊົນ, ຜັນ​ຂະ​ຫຍາຍ​ນ້ຳ​ໃຈ​ສູ້​ຊົນ​ເຂົ້າ​ໃນ​ຂະ​ບວນ​ການ​ທີ່​ສ້າງ​ກິດ​ຈະ​ກຳ​ອັນ​ຍິ່ງ​ໃຫຍ່, ຊຸກ​ຍູ້​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ແລະ​ບັນ​ລຸ​ຄວາມ​ຝັນ​ອັນ​ຍິ່ງ​ໃຫຍ່​ນັ້ນ​ຢ່າງ​ແທ້​ຈິງ, ຈໍ່​ຕົວ​ເປັນ​ສະ​ຖາ​ນະ​ການ​ທີ່​ແຂ່ງ​ຂັນ​ກັນ​ບາກ​ບັ່ນ​ສູ້​ຊົນ, ສາ​ມັກ​ຄີ​ກັນ​ບາກ​ບັ່ນ​ສູ້​ຊົນ. ຕະ​ຫຼອດ 40 ປີ​ທີ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ, ພວກ​ເຮົາ​ໄດ້​ສ້າງ​ທາງ​ໃໝ່ ທັງ​​ເປັນ​ທາງ​ດີ​ເສັ້ນ​ໜຶ່ງ​ອອກ​ມາ​ດ້ວຍ​ຄວາມ​ອາດ​ຫານ​ທີ່​ກ້າ​ສູ້​ຊົນ ແລະ​ປະ​ຕິ​ຮູບ​ຕົນ​ເອງ, ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ຈາກ​ການໃຫ້​ຕົນ​ເອງ​ທັນ​ກັບ​ຍຸກ​ສະ​ໄໝ​ກາຍ​ມາ​ເປັນ​ການ​ນຳ​ພາ​ຍຸ​ກ​ສະ​ໄໝ. ມື້ນີ້ ໃຫ້​ພວກ​ເຮົາ​ຈົ່ງ​ບໍ່​ລືມ​ອຸ​ດົມ​ການ ຈົດ​ຈຳ​ພາ​ລະ​ກຳ, ສືບ​ຕໍ່​ສ້າງ​ສະ​ພາບ​ການ​ໃໝ່​ໃຫ້​ແກ່​ການ​ປະ​ຕິ​ຮູບ​ສັງ​ຄົມ​ອັນ​ຍິ່ງ​ໃຫຍ່, ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ການ​ປະ​ຕິ​ຮູບ​ຕໍ່​ຕົນ​ເອງ​ອັນ​ຍິ່ງ​ໃຫຍ່ ດ້ວຍ​​ນ້ຳ​ໃຈ​ບາກ​ບັ່ນ​ສູ້​ຊົນ, ສືບ​ຕໍ່​ຂຽນ​ໜ້າ​ໃໝ່​ແຫ່ງ​ປະ​ຫວັດ​ສາດ​ກ່ຽວ​ກັບ​ການ​ບາກ​ບັ່ນ​ສູ້​ຊົນ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຈີນ 1 ຕື້ 300 ລ້ານກວ່າ​ຄົນ​ບົນ​ແຜ່ນ​ດິນ​ ​ອັນ​ກວ້າງ​ໃຫຍ່​ໄພ່​ສານ​ຂອງປະ​ເທດ​ຈີນ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ