ດາວ​ທຽມ​ການ​ສຶກ​ສາ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ສົ່ງ​ຮູບ​ຖ່າຍ​ຄືນ​ສູ່​ໜ່ວຍ​ໂລກ
2018-02-15 14:08:19  cri 



ຫວ່າງ​ໝໍໆ​ນີ້ ດາວ​ທຽມ​ຊົມ​ໃຊ້​ຂໍ້​ມູນ​ການ​ສຶກ​ສາ​ຮ່ວມ​ກັນ​ໜ່ວຍ​ທຳ​ອິດ ຫຼື ດາວ​ເຍົາ​ວະ​ຊົນ​ເລກ 1 ​ຂອງ​ຈີນ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ຕາມ​ວົງ​ໂຄ​ຈອນ ເຊິ່ງເຕັກ​ນິກ​ທຸກ​ດ້ານ​ບັນ​ລຸ​ການ​ຄາດ​ໄວ້, ສະ​ພາບ​ການຖ່າຍ​ຮູບ​ຈາກຊັ້ນ​ອະ​ວະ​ກາດ​ມີ​ຄວາມ​ໝັ້ນ​ຄົງ, ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ທີ່​ສົ່ງ​ຂຶ້ນ​ຈາກ​ໜ້າ​ດິນ, ປັດ​ຈຸ​ບັນ ໄດ້​ສົ່ງ​ຮູບ​ຖ່າຍ​ຫຼາຍ​ໃບ​ຄືນ​ສູ່​ໜ່ວຍ​ໂລກ​ແລ້ວ.

ຕາມ​ຊາບ​ວ່າ, ດາວ​ທຽມ​ດັ່ງ​ກ່າວ​ແມ່ນ​ຖືກ​ສົ່ງ​ຂຶ້ນ​ສູ່​ຊັ້ນ​ອະ​ວະ​ກາດ​ຢູ່​ສູນ​ສົ່ງ​ດາວ​ທຽມ​ຈິວ​ຊວນ​ຂອງ​ຈີນ​ໃນ​ວັນ​ທີ 2 ກຸມ​ພານີ້ ເຊິ່ງ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ສະ​ສົມ​ແລະ​ສົ່ງ​ຕໍ່​ສັນ​ຍານ​ວິ​ທະ​ຍຸ, ຖ່າຍ​ຮູບ​ໜ່ວຍ​ໂລກ, ແລະ​ໃຫ້​ປະ​ສົບ​ການ​ຕົວ​ຈິງ​ແກ່​ໂຮງ​ຮຽນ​ປະ​ຖົມ ແລະ​ອົງ​ການ​ຈັດ​ຕັ້ງ​ການ​ສຶກ​ສາ​ທີ່​ສ້າງ​ມີ​ສະ​ຖາ​ນີ​ຕິດ​ຕາມ​ຄວບ​ຄຸມ​ດາວ​ທຽມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ