​ຜູ້​ນຳ​ຂອງ​ຫຼາຍ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອວຍ​ພອນ​ປີ​ໃໝ່​ຈີນ
2018-02-16 14:16:46  cri 
ຕາ​ມ​ຂ່າວ​ສານ​ຈີນ: ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ປີ​ຈໍ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ​ໄດ້​ວຽນ​ມາ​ເຖິງນີ້, ຜູ້​ນຳ​ຂອງ​ຫຼາຍ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ສະ​ແດງ​ຄວາມອວຍ​ພອນ​ອັນ​ປະ​ເສີດ​ໄປ​ຍັງ​ປະ​ຊາ​ຊົນ​ຈີນ.

ວັນ​ທີ 14 ກຸມ​ພານີ້, ທ່ານ​​ອັນໂຕ​ນິ​ອໍ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຖ່າຍ​ວິ​ດີ​ໂອ​ລົງ​ເວັບ​ໄຊ​ທາງ​ການ​ຂອງ​ອົງ​ການ​ສະຫະ​ປະ​ຊາ​ຊາດ, ສົ່ງ​ຄວາມອວຍ​ພອນ​ປີ​ໃໝ່​ປີ​ຈໍໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ດ້ວຍ​ພາ​ສາ​ຈີນ. ທ່ານ​ກູ​ເຕີ​ເຣັ​ສ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈຕໍ່​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່​ວຽກ​ງານຂອງ​ສະ​ຫະ​ປະ​ຊາ​ຊາດ.

ທ່ານເທັດ​ຣົ​ສ ແອັດ​ຮາ​ນົມ ເກ​ເບຼ​ເຢ​ສຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ກ່າວ​ຄຳ​ອວຍ​ພອນ​ບຸນ​ກຸດ​ຈີນ​ຕໍ່​ປະ​ຊາ​ຊົນ​ຈີນຢູ່​ສຳ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ເຊີ​ແນວ. ທ່ານ​ກ່າວ​ວ່າ: ໃນ​ເດືອນ​ສິງ​ຫາ​ປີ 2017, ທ່ານ​ໄດ້​ໄປ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ຜູ້​ອຳ​ນວຍ​ການ​ໃຫຍ່ WHO, ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ຈີນຢ່າງ​ມີ​ຜົນ​ສຳ​ເລັດ​, ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນຫຼາຍ​ຢ່າງກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່ WHO ມາ​ເປັນ​ເວ​ລາ​ຍາວ​ນານ, ແລະ​ກ່າວ​ວ່າ​ສອງ​ຝ່າຍ​ຈະ​ເປີດກວ້າງ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້​ນ​ທາງ".

ທ່ານ​ນາງເທ​ເຣ​ຊາ ມາ​ຣີ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ຖ່າຍ​ວິ​ດີ​ໂອ​ລົງ​ບຼອກ, ສະ​ແດງ​ຄວາມອວຍ​ພອນ​ອັນ​ປະ​ເສີດ​ຕໍ່​ໝົດ​ທຸກ​ຄົນ​ທີ່​ກຳ​ລັງ​ສະ​ຫຼອງ​ບຸນ​ກຸດ​ຈີນ. ທ່ານ​ນາງ​ກ່າວ​ວ່າ: ນີ້​ແມ່ນເວ​ລາ​ທີ່​ສະ​ຫຼຸບ​ປີ​ເກົ່າ​ ແລະ​ຕ້ອນ​ຮັບ​ປີ​ໃໝ່, ຂອບ​ໃຈ​ນຳ​ຄຸ້ມຊາວ​ຈີນຂອງ​ອັງ​ກິດ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ດີ​ເດັ່ນ​ເຂົ້າ​ໃນ​ສັງ​ຄົມ​ອັງ​ກິດ.

ນອກ​ຈາກນີ້, ຜູ້​ນຳ​ຂອງ​ຫຼາຍ​ປະ​ເທດ​ເຊັ່ນ ບົສນີເຮີເຊໂກວິນາ ສາທາລະນະລັດແອສໂຕນີ ສາທາລະນະລັດແຊັກບີ ແລະ​ອື່ນໆ​ກໍ​ໄດ້​ສະ​ແດງ​ຄວາມອວຍ​ພອນ​ບຸນ​ກຸດ​ຈີນ​ດ້ວຍ​ຮູບ​ການ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ