ອົງ​ການ​ຈັດ​ຕັ້ງ​ຊາວ​ຈີນ​ທີ່​ຢູ່​ລາວອວຍ​ພອນ​ປີ​ໃໝ່​ຈີນ​ຢູ່​ສະ​ຖານ​ທູດ​ຈີນ​ປະ​ຈຳ ສ​ປ​ປ ລາວ
2018-02-16 13:24:15  cri 


(ອົງ​ການ​ຈັດ​ຕັ້ງ​ຊາວ​ຈີນ​ທີ່​ຢູ່​ລາວອວຍ​ພອນ​ປີ​ໃໝ່​ຈີນ​ຢູ່​ສະ​ຖານ​ທູດ​ຈີນ​ປະ​ຈຳ ສ​ປ​ປ ລາວ)



ຕາມ​ຂ່າວ CRI: ວັນ​ທີ 16 ກຸມ​ພານີ້ ເຊິ່ງ​ເປັນ​ມື້​ຂຶ້ນ​ປີ​ໃໝ່​ປີ​ຈໍ ຕາມ​ຈັນ​ທະ​ຄະ​ຕິ​ຂອງ​ຈີນ, ທ່ານ​ນາງ​ຫຼີ​ຢ້ຽນ​ຈີ່ນ ປະ​ທານ​ສະ​ມາ​ຄົມ​​ຈີນນະ​ຄອນ​ຫຼວງວຽງ​ຈັນ​ຂອງ ສ​ປປ ລາວ​ໄດ້​ນຳ​ພາ​​ຄະ​ນະ​ຜູ້​ແທນ​ອົງ​ການ​ຈັດ​ຕັ້ງ​ຊາວ​ຈີນ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ​ເດີນ​ທາງ​ໄປ​ສະ​ຖານ​ທູດ​ຈີນ ປະ​ຈຳ ສ​ປປ ລາວ​ເພື່ອ​ອວຍ​ພອນ​ປີໃໝ່​ຈີນ​ຕໍ່​ທ່ານ​ຫວາງ​ເວີນ​ຖ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ ສ​ປ​ປ ລາວ​ພ້ອ​ມ​ພັນ​ລະ​ຍາຍ ແລະ​ພະ​ນັກ​ງານ​ທຸກ​ຖ້ວນ​ໜ້າ​ຂອງ​ສະ​ຖານ​ທູດ.
ທ່ານ​ຫວາງ​ເວີນ​ຖ່ຽນ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອ​ຮັບ​ແລະ​ຂອບ​ອົກ​ຂອບ​ໃຈ​ຕໍ່​ສະ​ມາ​ຄົມ​ຈີນ​ນະ​ຄອນ​ຫຼວງວຽງຈັນ ແລະ​ຜູ້​ຕາງ​ໜ້າ​ຊາວ​ຈີນ​ທີ່​ຢູ່​ລາວ, ແລະ​ຂໍ​ອວຍ​ພອນ​ໃຫ້​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ລາວ​ຈົ່ງ​ມີ​ສຸກ​ຂະ​ພາບ​ເຂັ້ມ​ແຂງ, ສົມ​ຫວັງ​ທຸກ​ປ​ະ​ການ ແລະ​ອວຍ​ພອນ​ໃຫ້​ວຽກ​ງານ​ຂອງ​ອົງ​ການ​ຈັດ​ຕັ້ງ​ຊາວ​ຈີນ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ເລື້ອຍໆ.
ຢູ່​ໃນ​ເດີ່​ນ​ຫຍ້າ​ຂອງ​ສະ​ຖານ​ທູດ, ສະ​ມາ​ຊິກ​ໄວ​ໜຸ່ມ​ເຍົາ​ວະ​ຊົນ​ຊາວ​ຈີນຂອງ​ຄະ​ນະ​ເຊີດ​ສິງ​ທີ່​ຂຶ້ນ​ກັບ​ສະ​ມາ​ຄົມ​ຈີນ​ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ນຸ່ງ​ຖື​ຢ່າງ​ສວຍ​ງາມ​ ແລະ​ສະ​ແດງ​ການ​ເຊີດ​ສິງ ກັງ​ຟູ​ແລະ​ລາຍ​ການ​ອື່ນໆໃນ​ທ່າມ​ກາງ​ສຽງ​​ໝາກ​ກະ​ໂພກແລະ​ສຽງ​ຄ້ອງ​ສຽງ​ກອງ​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ. ການ​ສະ​ແດງ​ອັນ​ຍອດ​ຢ້ຽມ​ໄດ້​ເຮັດ​ໃຫ້​ຊາວ​ຈີນທີ່​ຊົມ​ຢູ່​ກັບ​ທີ່​ນັ້ນ​ຕົບ​ມື​ໄຊ​ໂຍ​ໂຮ​ຮ້ອງ​ ພາ​ໃຫ້​ປະ​ຊາ​ຊົນ​ນະ​ຄອນ​ຫຼວງວຽງ​ຈັນ​ທີ່​ເດີນ​ທາງ​ໄປ​ມາ​ນັ້ນພາ​ກັນຢຸດ​ຢືນ​ເບິ່ງ​ດ້ວຍ​ຄວາມ​ສົນ​ໃຈ.





1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ