ປະ​ທານ​ປະ​ເທດ​ຈີນ​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ໃໝ່​ຂອງ​ອາ​ຟ​ຣິ​ກາ​ໃຕ້
2018-02-17 11:11:10  cri 
ຕາມ​ຂ່າວ CRI : ວັນ​ທີ 16 ກຸມ​ພານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ໄປ​ຍັງ​ທ່ານ​ຊີ​ຣິວ ຣາ​ມາ​ໂຟ​ຊາ ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້.

ໃນ​ສານອວຍ​ພອນ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ເພື່ອນ​ມິດ​ເກົ່າ​ຂອງ​ປະ​ຊາ​ຊົນ​ຈີນ, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຟ​ຣິ​ກາ​ໃຕ້. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ສູງ​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ຈີນ-ອາ​ຟ​ຣິ​ກາ​ໃຕ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 20 ປີ, ຂ້າ​ພະ​ເຈົ້າຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ທ່ານ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ 2018 ທີ່​ປັກ​ກິ່ງ ແລະ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ທີ່ໂຈ​ຮັນ​ເນັ​ສ​ເບີກໃຫ້​ດີ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ​ໃຕ້​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງບໍ່​ຢຸດຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ