CNPC ໄດ້ຜະ​ລິດ​ອາຍ​ແກັ​ດຫຼາຍກວ່າ 100 ຕື້​ແມັດ​ກ້ອນຢູ່​ຈີນ​ໃນ​ປີ 2017
2018-02-17 11:17:29  cri 
ຕາມ​ຂ່າວ​ CRI: ກຸ່​ມ​ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັດ​ທຳ​ມະ​ຊາດ​ແຫ່ງ​ຊາດ​ຈີນ​ຫຼື CNPC ແຈ້ງ​ໃຫ້​ຮູ້​ວ່າ, ປີ 2017, CNPC ໄດ້​ຜະ​ລິດ​ອາຍ​ແກັດ 103 ຕື້ 300 ລ້ານ​ແມັດ​ກ້ອນ​ພາຍ​ໃນ​ປະ​ເທດ​ຈີນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 5,3%, ແລະ​ຫຼາຍກວ່າ 100 ຕື້​ແມັດ​ກ້ອນເປັນ​ຄັ້ງ​ທຳ​ອິດ.

ທ່ານ​ສູ​ກວາງ​ເຊຍ ໂຄ​ສົກ CNPC ກ່າວ​ວ່າ: ປະ​ລິ​ມານການ​ຜະ​ລິດ​ອາຍ​ແກັດ​ທຳ​ມະ​ຊາດຫຼາຍກວ່າ 100 ຕື້​ແມັດ​ກ້ອນ ໝາຍ​ຄວາມ​ວ່າ ມາດ​ຕະ​ການ​ທີ່​ໃຊ້​ເພື່ອຮັກ​ສາ​ຄວາມ​ໝັ້ນ​ທ່ຽງຂອງ​ນ້ຳ​ມັນ​ເຊື້ອ​ໄຟ​ ແລະ​ເພີ່ມ​ຜົນ​ຜະ​ລິດ​ອາຍ​ແກັດ​ນັ້ນ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ມີ​ລັກ​ສະ​ນະ​ຂັ້ນ​ຕອນ, ອາຍ​ແກັດທຳ​ມະ​ຊາດ​ໄດ້​ກວມ 46,4% ໃນ​ໂຄງ​ປະ​ກອບ​ນ້ຳ​ມັນ​ແລະ​ອາຍ​ແກັດ ເຊິ່ງ​ໄດ້​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ແລະ​ຈຸດ​ປະ​ກອບ​ສ່ວນ​ດ້ານ​ຜົນ​ປະ​ໂຫຍດ​ຂອງ CNPC.

ປີ 2017, CNPC ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ເນັ້ນ​ການ​ສຳ​ຫຼວດ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ຂຸດ​ຄົ້ນ​ດ້ວຍ​ຕົ້ນ​ທຶນ​ຕ່ຳ, ເລັ່ງ​ລັດ​ການ​ພັດ​ທະ​ນາແບບ​ສີ​ຂຽວ​ຂອງອາຍ​ແກັດ​ທຳ​ມະ​ຊາດ, ຊຸກ​ຍູ້​ວຽກ​ງານ​ອາຍ​ແກັດ​ໃຫ້​ມີ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ