ໄຂກອງ​ປະ​ຊຸ​ມ​ຄວາມ​ໝັ້​ນ​ຄົງ​ມູ​ນິດ​ຄັ້ງ​ທີ 54
2018-02-17 16:08:12  cri 

ຕາມ​ຂ່າວ​CRI: ວັນ​ທີ 16 ກຸ​ມ​ພາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມູ​ນິດ​ຄັ້ງ​ທີ 54 ໄດ້​ຈັດ​ຂຶ້ນ​ຢູ່​ມູ​ນິດ ຕົວ​ເມືອງ​ພາກ​ໃຕ້​ຂອງ​ເຢຍ​ລະ​ມັນ, ປະ​ມຸກ​ລັດ ແລະ ຜູ້​ນຳ​ລັດ​ຖະ​ບານ​ຂອງ 20 ກວ່າ​ປະ​ເທດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດປະ​ມານ 40 ທ່ານ ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ 40 ທ່ານ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເທື່ອ​ນີ້. ທ່ານ​ນາງ​ຟູ້​ອີ໋ງ ຫົວ​ໜ້າກຳ​ມະ​ການຂອງ​ຄະ​ນະ​ກຳ​ມະ​ການ​​ການຕ່າງ​ປະ​ເທດ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຕາງ​ໜ້າ​ປະ​ເທດຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປີ​ນີ້​ອີກ​ເທື່ອ​ໜຶ່ງ.

ກອງ​ປະ​ຊຸມ​ປີ​ນີ້ໄດ້​ສຸມ​ໃສ່​ຫົວ​ຂໍ້​ສຳ​ຄັນ​ຕ່າງໆ ເຊັ່ນ, ຄວາມ​ໝັ້ນ​ຄົງ​ເອີ​ລົບ, ວິ​ກິດ​ການ​ທີ່​ເກີດ​ຂຶ້ນຢູ່​ພາກ​ພື້ນ ,ການ​ຄວບ​ຄຸມ​ເຄື່ອງ​ອຸ​ປະ​ກອນ​ທາງ​ການ​ທະ​ຫານ ແລະ ອື່ນໆ. ໃນ​ພິ​ທີ​ໄຂ​​ປະ​ຊຸມ, ທ່ານ​ໂວ​ຟ​ກາງ ອີ​ຊິນ​ເກີ ປະ​ທານກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມູ​ນິດ​ກ່າວ​ວ່າ, ​ປັດ​ຈຸ​ບັນ, ການ​ພັດ​ທະ​ນາ ແລະ ຄວາມ​ສ່​ຽງຢູ່​ໃນປະ​ຊາ​ຄົມ​ໂລກຮ່ວມ​ກັນ. ການ​ໄປ​ມາ​ຫາ​ສູ່​​ກັນ​ລະ​ຫວ່າງປະ​ເທດ​ຕ່າງໆ​ໃນ​ໂລກ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ​ແຕ່​ກໍ່​ໄດ້​ເກີດ​ຂໍ້​ຂັດ​ແຍ້ງ ແລະ ການ​ປະ​ທະ​ກັນ​ຫຼາຍ​ຂຶ້ນ.

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ຢູ່​ເອີ​ລົບ​ໄດ້​ມີ​ສິ່​ງ​ທ້າ​ທາຍ​ຈຳ​ນວນ​ຫຼາຍ ເຊັ່ນ, ອັງ​ກິດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ, ​ຊາວ​ອົບ​ພະ​ຍົບ​ເຂົ້າ​ສູ່​ປະ​ເທດ​ເອີ​ລົບ​ຢ່າງ​ຫຼວງ​ຫຼາຍ ແລະ ​ລັດ​ທິ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ. ໃນ​ຖາ​ນະ​ທີ່​ເປັນ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມູ​ນິດ, ​ໃນ​ເວ​ລາ​ກ່າ​ຄຳ​ປາ​ໄສ, ທ່ານ​ອົວ​ຊູ​ລາ ວົນ​ ເຕີ ໄລ​ເອັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເຢຍ​ລະ​ມັນ​ໄດ້ເນັ້ນເຖິງ​ຄວາມ​ສຳ​ຄັນ​ທີ່​ເອີ​ລົບ​​ຄວນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.

ກອງ​ປະ​ຊຸມ​ເທື່ອ​ນີ້​ຈະ​ຈັດ​ຂຶ້ນ​ຮອດ​ວັນ​ທີ 18 ເດືອນ​ນີ້. ໃນ​ສອງ​ມື້​ຕໍ່ໜ້າ​ນີ້, ນອກ​ຈາກ​ຄວາມ​ໝັ້ນ​ຄົງ​ຂອງ​ເອີ​ລົບ, ຜູ້​ຮ່ວມ​ປະ​ຊຸມ​ຍັງ​ຈະ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ເຊັ່ນ, ກາ​ນ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດ​ອັດ​ລັງ​ຕິກ, ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງ ແລະ ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ