ຈີນ​ໄດ້ເຮັດ​ໃຫ້ຫຼາຍກວ່າ 68 ລ້ານ​ຄົນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກພາຍ​ໃນ 5 ປີ
2018-02-18 13:30:53  cri 
ຕາມ​ຂ່າວ CRI: ຫວ່າງມໍ່ໆ​ນີ້, ຫ້ອງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ລັດ​ຖະ​ບານ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ພາຍ​ຫຼັງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຈີນ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຄື ໄດ້​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ແກ່ 68 ລ້ານ 5 ແສນ 3 ໝື່ນ​ຄົນ, ​ໄດ້​ຫຼຸດຈຳ​ນວນ​ປະ​ຊາ​ກອນ​ທີ່​ທຸກ​ຍາກ​ທີ່​ສຸດ 2 ສ່ວນ 3 ຂຶ້ນ​ໄປ, ສະ​ເລ່ຍ​ແລ້ວ​ໄດ້​ຫຼຸດ​ຫຼາຍກວ່າ 13 ລ້ານ​ຄົນ​ຕໍ່​ປີ, ອັດ​ຕາຄວາມ​ທຸກ​ຍາກ​ໄດ້​ຫຼຸດ​ຈາກ 10,2% ເມື່ອປີ 2012 ລົງເຖິງ 3,1%, ການ​ລົບ​ລ້າງ​ຄວາ​ມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​​ໜ້າ​ຢ່າງ​ໃຫຍ່.

ທ່ານ​ຫຼິວ​ຢົງ​ຟູ້ ຫົວ​ໜ້າ​ຫ້ອງ​ການ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ​ຂອງລັດ​ຖະ​ບານ​ຈີນ​ກ່າວ​ວ່າ: "​ຄວາມຄືບ​ໜ້າ​ຢ່າງ​ໃຫຍ່​ດັ່ງ​ກ່າວ, ໝາຍ​ຄວາມ​ວ່າ ​ການ​ຕໍ່​ສູ້ລົບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ມີ​ທ່ວງ​ທ່າ​ທີ່​ແນ່ນອນ, ສາ​ມາດ​ກຳກັບສະ​ພາບ​ລວມໄດ້."​ພຶດ​ຕິ​ກຳ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ: ນະ​ໂຍ​ບາຍ​ແລະ​ການ​ຈັດ​ວາງ​ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ຖືກ​ຕ້ອງ​ທັງ​ໝົດ, ທິດ​ທາງ​ພື້ນ​ຖານ​ທີ່​ລົບ​ລ້າງ​ຄວາມ​ທຸກ​ຍາກຢ່າງ​ແມ່ນ​ຢຳ​ແມ່ນ​ຖືກ​ຕ້ອງ​ທັງ​ໝົດ, ການ​ອອກ​ແບບ​ແລະ​ມາດ​ຕະ​ການ​ໃນ​ການ​ລົ​ບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ຖືກ​ຕ້ອງ​ທັງ​ໝົດ ເຊິ່ງ​ໄດ້​ແກ້​ໄຂ​ບັນ​ຫາ​ຕ່າງໆ​ເຊັ່ນ "ຊ່ວຍ​ໃຜ" "ໃຜ​ມາ​ຊ່ວຍ" "ຊ່ວຍ​ແນວ​ໃດ" "ເຊົາ​ຊ່ວຍ​ແນວ​ໃດ" ແລະ​ອື່ນໆ.

ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຈຸ​ບັນ, ຍັງ​ມີ 5 ​ແຂວງແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ມີປະ​ຊາ​ກອນ​ທຸກ​ຍາກ​ຫຼາຍກວ່າ 3 ລ້ານ​ຄົນ, ເມືອງ​ທຸກ​ຍາກ​ທີ່​ມີ​ອັດ​ຕາ​ຄວາມ​ທຸກ​ຍາກສູງກວ່າ 18% ມີ 229 ເມືອງ, ບ້ານ​ທຸກ​ຍາກ​ທີ່​ມີ​ອັດ​ຕາ​ຄວາມ​ທຸກ​ຍາກ​ສູງກວ່າ 20% ມີ 2 ໝື່ນ 9 ພັນ 800 ບ້ານ. ປີ 2018, ຈີນຍັງ​ຈະ​ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກຫຼາຍກວ່າ 10 ລ້ານ​ຄົນ, ຍັງ​ຈະ​ມີ​ເມືອງ​ທຸກ​ຍາກ ປະ​ມານ 100 ເມືອງຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ