ໃນ 3 ວັນທຳ​ອິດ​ຂອງບຸນ​ກຸດ​ຈີນ​ ຈີນ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ລວມ 214 ລ້ານ​ເທື່ອ​ຄົນ, ​ລາຍ​ຮັບ​ຫຼາຍກວ່າ 250 ຕື້ຢວນ
2018-02-18 15:32:54  cri 
ວັນ​ທີ 17 ກຸມ​ພານີ້,ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແຈ້ງໃຫ້​ຮູ້​ວ່າ, ໃນ 3 ວັນທຳ​ອິດ​ຂອງບຸນ​ກຸດ​ຈີນປີນີ້​ ຈີນ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ລວມ 214 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 9.7%, ໄດ້​ລາຍ​ຮັບ​ຫຼາຍກວ່າ 258 ຕື້ 200 ລ້ານຢວນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 9.9%.

ກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ເມື່ອລວມ​ສູນສ​ະ​ຖິ​ຕິ​ທຸກ​ຝ່າຍແລ້ວ,​ສູນ​ຕົວ​ເລກ​ຂໍ້​ມູນ​ຂ່າວ​ສານ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດສະ​ຫຼຸບ​ວ່າ, ໃນ​ວັນ​ທີ 17 ກຸມ​ພານີ້​ ທົ່ວ​ປະ​ເທດ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ 87 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 10.6%, ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວບັນ​ລຸ 110 ຕື້ 700 ລ້ານຢວນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 10.7%.

ກົມ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດຍັງ​ເຜີຍ​ໃຫ້​ຮູ້​ວ່າ, ມື້​ດຽວ​ກັນ ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​​ຄາດ​ວ່າ​ໄດ້​ສົ່ງ​ຜູ້​ໂດຍ​ສານ 6 ລ້ານ 8 ແສນ 9 ໝື່ນ​ເທື່ອ​ຄົນ, ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 80%. ການ​ບັນ​ເທີງລື້ນ​ເລິງ​ໃນ​ຕົວ​ເມືອງ​ກໍ​ຄຶກ​ຄື້ນ​ຫຼາຍ, ບຸນ​ວັດ,ການ​ຊົມ​ຮູບ​ເງົາ ແລະ​ລາຍ​ການ​ວັດ​ທະ​ນະ​ທຳ​ອື່ນໆ​ໄດ້​ຮັບ​ຄວາມ​ນີ​ຍົມ​ຊົ​ມ​ຊອບ​ຈາກ​ປະ​ຊາ​ຊົນ, ນັບ​ມາ​ຮອດ​ເວ​ລາ 4 ໂມງ​ແລງມື້​ດຽວ​ກັນ, ​ຈຳ​ນວນ​ລາຍ​ໄດ້​ຈາກ​ການ​ຂາຍ​ປີ້​ຊົມ​ຮູງ​ເງົາໃນ​ທົ່ວ​ປະ​ເທດ​ບັນ​ລຸ 814 ລ້ານຢວນ.

ມື້​ດຽວ​ກັນ, ​ແຂວງ​ຕ່າງໆ​ຄື ເສ​ສວນ, ກວາ​ງ​ຕຸ້ງ, ຈ່ຽງ​ຊູ່, ຫູ​ໜານ, ເຫີ​ໜານ, ອ່ານ​ຫຸ່ຍ, ຊ່ານ​ຕົ່ງ, ຫູ​ເປ, ກວາງ​ຊີ,ແລະ​ເຈີ​ຈ່ຽງ​ເປັນ 10 ແຂວງ​ທີ່​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ຂອງ​ທົ່ວ​ປະ​ເທດ, ເຊິ່ງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທົ່ວ​ປ​ະ​ເທດ​ 63.75%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ