ໄຊຍະບູລີເປີດມະຫາກຳບຸນຊ້າງແລະປີທ່ອງທ່ຽວ 2018 ຢ່າງເປັນທາງການ
2018-02-18 14:05:21  cri 



(ໄຊຍະບູລີເປີດມະຫາກຳບຸນຊ້າງແລະປີທ່ອງທ່ຽວ 2018 ຢ່າງເປັນທາງການ)



ແຂວງໄຊຍະບູລີໄດ້ຈັດພິທີເປີດມະຫາກຳບຸນຊ້າງແລະ ປີທ່ອງທ່ຽວລາວ 2018ຂຶ້ນຢ່າງເປັນທາງການໃນວັນທີ17 ກຸມພານີ້ທີ່
ສະໜາມຫຼວງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງພະນະທ່ານບຸນຍັງ ວໍລະຈິດ ປະທານປະເທດລາວ,ພ້ອມດ້ວຍພັນລະຍາ,
ທ່ານ ພົງສະຫວັນສິດທະວົງ ເຈົ້າແຂວງໄຊຍະບູລີ,ພ້ອມດ້ວຍພັນລະຍາ, ຍັງມີການນຳຂອງສູນກາງ, ແຂວງ, ພະເຖລານຸເຖລະ,
ບັນດາຕາງໜ້າຈາກແຂວງຕ່າງໆ, ກະຊວງ, ກົມກອງ, ແຂກພາຍໃນ, ຕ່າງປະເທດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງ
ໄຊຍະບູລີເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ, ທັງເປັນປະທານຄະນະກຳມະການຈັດມະຫາກຳບຸນຊ້າງແລະ ເປີດປີທ່ອງ
ທ່ຽວ ປີ 2018ແຂວງໄຊຍະບູລີໄດ້ລາຍງານການກະກຽມຈັດມະຫາກຳບຸນຊ້າງແລະ ເປີດປີທ່ອງທ່ຽວລາວ ປະຈຳປີ 2018.
ທ່ານກ່າວວ່າ,ຜ່ານມາແຂວງໄຊຍະບູລີໄດ້ຈັດງານມະຫາກຳບຸນຊ້າງມາແລ້ວ11 ຄັ້ງຊຶ່ງເລີ່ມແຕ່ປີ 2007 ເປັນຕົ້ນມາ, ສໍາລັບ
ການຈັດມະຫາກຳບຸນຊ້າງປີນີ້ເປັນຄັ້ງທີ12 ມີຊ້າງເຂົ້າຮ່ວມ 69 ໂຕ, ຈຸດປະສົງກໍເພື່ອເປັນການສຶບຕໍ່ປົກປັກຮັກສາແລະ ເສີມ
ຂະຫຍາຍວັດທະນະທຳ, ຮີດຄອງປະເພນີທີ່ເປັນເອກະລັກໃນແບບວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າທີ່ຕິດພັນກັບ
ຊ້າງ, ຖືເອົາຊ້າງເປັນມູນມໍລະດົກທີ່ລໍ້າຄ່າຂອງຊາດມາແຕ່ບູຮານນະການແລະ ສ້າງຈິດສຳນຶກໃຫ້ຄົນຮຸ່ນໃໝ່ໄດ້ມີຄວາມຮັບຮູ້
ກ່ຽວກັບຊ້າງຫຼາຍຂຶ້ນ, ເພາະຊ້າງເປັນສັດໃຫ່ຍ, ເປັນສັດຄຳຮູ້ສາມາດເຂົ້າໃຈແລະຮັບຟັງຄຳສັ່ງຂອງຜູ້ເປັນເຈົ້າຂອງຢ່າງດີ,
ສະນັ້ນຈື່ງມີຄວາມຈຳເປັນທີ່ສັງຄົມລາວ.ຄວາມຮັບຮູ້ກ່ຽວກັບການອານຸລັກຮັກສາ ແລະ ຫວງແຫນຊ້າງພ້ອມນີ້ຍັງມີການສະແດງ
ປະກອບມີ 3 ຈັງຫວະບົດເພງຄື: ເພັງມະຫາກຳບຸນຊ້າງ,ເພັງຕຳນານຜາຊ້າງ,ອອກພັນສາບ້ານເຮົາ.ຊົມການສະເເດງຊ້າງຄຳຮູ້
15ລາຍການເຊັ່ນ:ຊ້າງຊັກທຸງ,ຊ້າງມອບຊໍ່ດອກໄມ້, ຊ້າງແຕ້ມຮູບ, ຊ້າງນວດໃຫ້ຄົນ, ຊ້າງຍົກຂາໜ້າ, ຊ້າງດຶງເຊືອກກັບຄົນ,
ຊ້າງຕັ້ງຫົວຜັກທຽມ, ຊ້າງນັ່ງປິ່ນໜ້າປິ່ນຫຼັງແລ້ວຍົກ2 ຂາໜ້າ, ຊ້າງໃສ່ໝວກໃຫ້ຄົນ, ຊ້າງໝູນບ້ວງ, ຊ້າງເຕະບານເຂົ້າໂກນຍິງ
ລູກໂທດ,ຊ້າງຊູດບານບ້ວງ, ຊ້າງຊັດປູ້ມເປົ້າ, ຊ້າງແລ່ນແຂ່ງກັນ, ຊ້າງຟ້ອນລຳວົງລາວພ້ອມນີ້ຍັງມີການບາສີສູ່ຂວັນຊ້າງ,ຊົມ
ຊ້າງອາບນ້ຳ, ປະກວດພາອາຫານຊ້າງ, ຈັດບຸບເຟຊ້າງແລະມອບລາງວັນຊ້າງງາມ,ຊ້າງຄຳຮູ້.

ແຂວງໄຊຍະບູລີຍັງໄດ້ຖືເອົາການທ່ອງທ່ຽວເປັນຂະແໜງການຍຸດທະສາດທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມສະ
ເພາະໜ້າແລະຍາວນານ,ຍ້ອນວ່າເປັນຂະແໜງການທີ່ສາມາດນຳລາຍໄດ້ໂດຍກົງແລະ ທາງອ້ອມໃຫ້ແກ່ປະຊາຊົນບັນດາ
ເຜົ່າໃນເຂດຕົວເມືອງແລະຊົນນະບົດ, ດ້ວຍເຫດນີ້ ການທ່ອງທ່ຽວຈື່ງໄດ້ຮັບການປັບປຸງແລະ ພັດທະນາແຫຼ່ງທ່ອງທ່ຽວ
ທາງທຳມະຊາດ, ປະຫວັດສາດແລະ ວັດທະນະທຳໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວທີ່ຄົບວົງຈອນ, ທັນສະໄໝ
ແລະ ຍືນຍົງ, ທົ່ວແຂວງມີດ້ານສາກົນແລ້ວ3 ແຫ່ງ ແລະອີກບໍ່ດົນກໍ່ຈະເປີດດ່ານສາກົນປາງມອນເມືອງຄອບເປັນດ່ານທີ 4
ຂອງແຂວງ. ມີໂຮງແຮມ7 ແຫ່ງ, ເຮືອນພັກລິສອດ 174 ແຫ່ງ, ຮ້ານອາຫານ 57 ແຫ່ງ, ຮ້ານບັນເທິງ ແລະຮ້ານກິນດືມ
55 ແຫ່ງ, ມີມູນຄ່າການລົງທຶນທັງໝົດ155 ຕຶ້ກີບ, ທົ່ວແຂວງມີແຫ່ງທ່ອງທ່ຽວທັງໝົດທີ່ໄດ້ຮັບການສຳຫຼວດແລະ ຂຶ້ນບັນຊີ
ມີ 47ແຫ່ງ, ແຫ່ງທ່ອງທ່ຽວທຳມະຊາດ 29 ແຫ່ງ, ແຫ່ງທ່ອງທ່ຽວວັດທະນະທຳ 12 ແຫ່ງ ແລະ ທາງປະຫວັດສາດ 6
ແຫ່ງ ແລະເພື່ອເປັນການສົ່ງເສີມການທ່ອງທ່ຽວໃຫ້ແຂກພາຍໃນ ແລະ ຕ່າງປະເທດທີ່ມາທ່ອງທ່ຽວຊົມງານມະຫາກຳບຸນ
ຊ້າງເມືອງໄຊຍະບູລີໄດ້ເປີດແຫຼ່ງທ່ອງທ່ຽວທາງທຳມະຊາດອີກ 3 ແຫ່ງຄື: ແຫຼ່ງທ່ອງທ່ຽວຖໍ້າສະຫວັນຮັກ, ແຫຼ່ງທ່ອງທ່ຽວ
ຖໍ້າລອດແລະ ຖໍ້າພຣະຜ້າຂິ້ໝີ້ນ,ໃນປີ 2017 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມໄຊຍະບູລີ 1 ແສນ 9 ພັນກວ່າຄົນ, ສາມາດ
ສ້າງລາຍຮັບໄດ້ 6,1 ລ້ານໂດລາສະຫະລັດ.

ຄາດວ່າປີ2018ຈະມີນັກທ່ອງທ່ຽວເຂົ້າມາແຂວງໄຊຍະບູລີຫຼາຍກວ່າ 130.000 ຄົນ ແລະສ້າງລາຍຮັບໄດ້ 7ລ້ານກວ່າ
ໂດລາ.ໃນໂອກາດອັນສະຫງ່າລາສີນີ້ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ
ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປີດງານມະຫາກຳບຸນຊ້າງແລະປີທ່ອງທ່ຽວລາວ 2018ທີ່ແຂວງໄຊຍະບູລີຢ່າງເປັນ
ທາງການ.


1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ