ອິ​ສ​ຣາ​ແອນ​ໃຊ້​ລົດ​ຕັງແລະຍົນ​ສູ້​ຣົ​ບ​ໂຈມ​ຕີ​ເປົ້າ​ໝາຍ​ອົງ​ການ​ຮາ​ມາ​ສທີ່​ຢູ່​ເຂດກາ​ຊາ
2018-02-18 14:43:11  cri 

ວັນ​ທີ 17 ກຸມ​ພາ​ນີ້, ທະ​ຫານ​ປ້ອງ​ກັນ​ປະ​ເທດ​ອິ​ສ​ຣາ​ແອນ​​ໄດ້ໃຊ້​ລົດ​ຕັງ ແລະ ຍົນ​ສູ້​ຣົບ​ໂຈມ​ຕີ​ເປົ້າ​ໝາຍ​ທະ​ຫານ​ຫຼາຍ​ແຫ່ງ​ທີ່​ຢູ່​​ເຂດກາ​ຊາ​ຂອງ​ອົງ​ການ​ຮາ​ມາ​ສ ເຊິ່ງ​ເປັນຂະ​ບວນ​ການ​ຕໍ່​ຕ້ານ​ອິ​ສ​ຣາມ​ຂອງ​ປາ​ເລ​ສ​ຕິນ.

ຕອນ​ຄ່ຳ​ມື້ດ​ຽວ​ກັນ, ທະ​ຫານ​ອິ​ສ​ແອນ​ອອກ​ຖະ​ແຫຼງ​ການວ່າ, ການ​ໂຈມ​ຕີ​ເທື່ອ​ນີ້​ແມ່ນ​ການ​ຕອບ​ໂຕ້​ຕໍ່​ເຫດ​ການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ຊາຍ​ແດນ​ພາກ​ໃຕ້​​ເຂດກາ​ຊາ​ຖືກ​ຈູດ​ໃນ​ມື້​ດຽວ​ກັນ ເຊິ່ງການ​ລະ​ເບີດ​ດັ່ງ​ກ່າວ​ເຮັດ​ໃຫ້​​ທະ​ຫານອິ​ສ​ຣາ​ແອນ 4 ຄົນ​ບາດ​ເຈັບ, ໃນ​ນັ້ນ ສອງ​ຄົນ​ບາດ​ເຈັບ​ໜັກ​.

ທະ​ຫານ​ອິ​ສ​ຣາ​ແອນ​ກ່າວ​ວ່າ, ອົງ​ການ​ຮາ​ມາ​ສ໌ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ເທື່ອ​ນີ້ ແລະ ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ທັງໝົດ​ທີ່​ເກີດ​ຂຶ້ນ​ຢູ່​ແຖບ​ກາ​ຊາ.

ມື້​ດຽວ​ກັນ, ທ່ານເປັນ​ເຈ​ມິນ ​ເນ​ຕານ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອນອອກ​ຖະ​ແຫຼງ​ການ​ວ່າ, ເຫ​ດ​ການ​ທີ່​ເກີດ​ຢູ່​ຊາຍ​ແດນ​ເຂດ​ກາ​ຊ​າ​ໃນ​ມື້​ດຽວ​ກັນ​​ແມ່ນ​ເຫດ​ການ​ທີ່ຮ້າຍ​ແຮງ​ທີ່​ສຸດ, ອິ​ສ​ຣາ​ແອນ​ຈະ​ຕອບ​ໂຕ້​ຄືນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ