ປະ​ທາ​ນາ​ທິ​ບໍ​ດີ​ແລະ​ປະ​ທານ​ລັດ​ຖະ​ສະ​ພາ​ອິນ​ໂດ​ເນ​ເຊຍອວຍ​ພອນ​ປີ​ໃໝ່​ຈີນ
2018-02-19 16:59:15  cri 
ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ບຳ​ບັງ ໂຊ​ຊັດ​ໂຢ ປະ​ທານ​ລັດ​ຖະ​ສະ​ພາ​ອິນ​ໂດ​ເນ​ເຊຍຕ່າງ​ກໍ​ໄດ້​ອວຍ​ພອນ​ປີ​ໃໝ່​ຈີນ.

ທ່ານ​ໂຈ​ໂກ ວິ​ໂດ​ໂດ​ໄດ້​ຂຽນ​ຂໍ້​ຄວາມ​ອວຍ​ພອນ​ປີ​ໃໝ່​ລົງ​ສື່ສັງ​ຄົມ twitter ຂອງ​ຕົນ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ກຸມ​ພາ​ນີ້​ວ່າ, "ສະ​ເຫຼີມ​ສະ​ຫຼອງ​ປີ​ໃໝ່​ຈີນ, ອວຍ​ພອນ​ໃຫ້​​ທຸກໆ​ທ່ານ​ຈົ່ງ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ສຸກ​ກາຍສະ​ບາຍ​ໃຈ​ແລະ​ມ່ວນ​ຊືນ​ຕະ​ຫຼອດ​ໄປ, ​ຫວັງ​ວ່າຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຈະ​ຢູ່​​ຄຽງ​ຂ້າງ​ພວກ​ເຮົາ​​ໂດຍ​ຕະ​ຫຼອດ."

ທ່າ​ນ​ບຳ​ບັງ ໂຊ​ຊັດ​ໂຢ​ກ່າວ​ວ່າ "ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ອິນ​ໂດ​ເນ​ເຊຍ, ເພາະ​ວ່າ​ມັນ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງຄວາມ​ພາກ​​ພູມ​ໃຈ​ຂອງ​ປະ​ເທດ​ຕົນ​ທີ່​ມີ​ວັດ​ທະ​ນະ​ທຳຫຼາຍ​ເຄົ້າ".
ອິນ​ໂດ​ເນ​ເຊຍ​ໄດ້​ກຳ​ນົດ​ເອົາ​ບຸນ​ກຸດ​ຈີນ​ເປັນ​ວັນ​ພັກ​​ລັດ​ຖະ​ການ​ເມື່ອ​ປີ 2003, ໂດຍ​ກຳ​ນົດ​ພັກ​ມ​ມື້​ໜຶ່ງ​ໃນທົ່ວ​ປະ​ເທດ. ຂະ​ນະ​ທີ່ໃນ​ຍາມ​ບຸນ​ກຸດ​ຈີນ​ຂອງ​ແຕ່​ລະ​ປີ, ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ກໍ​ຈະສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຮ່ວມ​ກັບຊາວ​ອິນ​ໂດ​ເນ​ເຊຍ​ເຊື້ອ​ສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ