ວິ​ສາ​ຫະກິດ​ການບິນ​ອະວະ​ກາດ​ທາງ​ທຸ​ລະ​ກິດຈີນ​ຈະ​ສົ່ງ​ດາວ​ທຽມ​ຕ່າງໆ​ໃນ "ລະບົບ​​ແມງ​ເຕົ່າ​ຄຳ" ​ໃນ​ປີ 2018
2018-02-19 18:23:10  cri 
​ມໍ່​ໆ​ນີ້, ວິ​ສາ​ຫະກິດ​ການບິນ​ອະວະກາດ​ທາງ​ທຸລະ​ກິດ​ຈີນ​ໄດ້​​ເລີ່​ມປະຕິບັດແຜນການIOT(Internet Of Things)ດາວ​ທຽມ, ຄາດ​ວ່າ​ຈະ​ສົ່ງດາວ​ທຽມ​ 7 ດວງ​ໃນລະບົບ​ແມງ​ເຕົ່າ​ຄຳ​ດ້ວຍ​ຈະ​ຫຼວດລຳ​ດຽວ​ໃນ 6 ​ເດືອນທ້າຍປີ 2018 ​ເພື່ອ​ກວດກາ​ເຕັກນິກ​ຕົ້ນຕໍການ​ສື່ສານIOT  ​ແລະ​ຄວາມ​ສາມາດການ​ປະກອບ​ເຄືອ​ຂ່າຍ​ດ້ວຍ​ດາວ​ທຽມຫຼາຍ​ດວງ ​ເຊິ່ງ​ເປັນ​ໂຄງການທາງ​ທຸ​ລະ​ກິດ​ທີ່​ສັບສົນ​ທີ່​ສຸດ ​ແລະຂະ​ໜາດ​ໃຫຍ່​ທີ່​ສຸດທົດ​ລອງ​ໃນ​ຂົງ​ເຂດການບິນ​ອະວະກາດພາກເອກະ​ຊົນ​ຈີນ​ໃນ​ປັດຈຸບັນ​.

​ໃນ​ຊຸມ​ປີຜ່ານມາ, ການບິນ​ອະວະກາດ​ທາງ​ທຸລະ​ກິດພາຍ​ໃນ ​ແລະ​ຕ່າງປະ​ເທດ​ໄດ້ພັດທະນາ​ຢ່າງ​ວ່ອງ​ໄວ, ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ການສົ່ງ​ຂໍ້​ມູນຂ່າວສານ​ອັນມະຫາສານ​ໃນ​ຂະ​ບວນການ​​ໂລກາ​ພິວັດ​ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ທີ່​ແຂ່ງຂັນ​ກັນ​ລະຫວ່າງບໍລິສັດ​ວິທະຍາສາດ​ເຕັກນິກ​ອາ​ເມ​ລິ​ກາ​ ​ເຊັ່ນ Google, SpaceX ​ແລະ​ອື່ນໆ, ຂະນະ​ທີ່ວິ​ສາ​ຫະກິດ​ເອີຣົບ ​ແລະ​ຈີນ​ກໍ​​ໄດ້​ວາງ​ແຜນການ​ສ້າງ​ເຄືອ​ຂ່າຍ​ທາງ​ອະວະກາດ​ຂອງ​ຕົນ​ເຊັ່ນ​ດຽວ​ກັນ.

"ລະ​ບົບ​ແມງ​ເຕົ່າ​ຄຳ" ມີ​ບົດບາດ​ທີ່​ປະດິດ​ສ້າງ​ໃໝ່​ຫຼາຍ​ປະການ, ​ເປັນຕົ້ນສາມາດ​ຖ່າຍຮູບ​​ເຊ​ວຟີ, VR ​ແລະອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ