ສະ​​ຫະ​ພັນ​ຮອກ​ກີ​ນ້ຳ​ກ້າມ​ສາ​ກົນ​ກ່ສະ​ໜັບ​ສະ​ໜູນ​ສ​ປ​ປ ເກົາ​ຫຼີ​ແລະ ສ ເກົາ​ຫຼີ​ສືບ​ຕໍ່​ສ້າງ​ທີມ​ປະ​ສົມ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ
2018-02-20 16:34:20  cri 
ທ່ານ​ຟາ​ເຊວ ປະ​ທານ​ສະ​ຫະ​ພັນ​ຮອກ​ກີ​ນ້ຳ​ກ້າມ​ສາ​ກົນ​ກ່າວ​ຢູ່​ເມືອງ​ພຽງ​ຊາງ​ໃນ​ວັນ​ທີ 19 ກຸມ​ພາ​ນີ້​ວ່າ, ເຫັນ​ພ້ອມ​ຕໍ່ ສ​ປ​ປ ເກົາ​ຫຼີ​ແລະ ສ ເກົາ​ຫຼີ​ສືບ​ຕໍ່​ຕັ້ງ​ທີມ​ຮອກ​ກີ​ນ້ຳ​ກ້າມ​​ເພດ​ຍິງປະ​ສົມ​​ເພື່ອເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2022.

​ທັງ​ນີ້ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 19 ກຸມ​ພາ​ນີ້, ທ່ານ​ຟາ​ເຊວກ່າວ​ວ່າ: "ພວກ​ເຮົາ​ພວມ​ພິ​ຈາ​ລະ​ນາ​ວ່າຈະ​ໃຫ້ ສ​ປ​ປ ເກົາ​ຫຼີ​ແລະ ສ​ ເກົາ​ຫຼີ​ສ້າງ​ທີມ​ຮອ​ກ​ກີ​ນ້ຳ​ກ້າມ​ເພດ​ຍິງ​ປະ​ສົມ​ເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ຊຸດ​ໜ້າ​ຫຼື​ບໍ່, ມີ​ຄົນ​ເຄີຍ​ສະ​ເໜີ​ຄວາມ​ເຫັນ​ດັ່ງ​ກ່າວ​​ຕໍ່​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​​ກໍເວົ້າ​ວ່າ​ນີ້​ແມ່ນ​ເລື່ອງ​ທີ່​ເປັນ​ໄປ​ໄດ້. ຖ້າ​ວ່າ​ສາ​ມາດ​ສືບ​ຕໍ່​ສ້າງ​ທີມ​ປະ​ສົມ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022, ຈະ​ແມ່ນ​ເລື່ອງ​ທີ່​ດີແນ່ນອນ, ​ມັນ​ເປັນ​ສັນ​ຍະ​ລັກ​ແຫ່ງ​ສັນ​ຕິ​ພາບ, ພວກ​ເຮົາ​ຈະ​ສືບ​ຕໍ່​ຊຸກ​ຍູ້​ເຮັດ​ໃຫ້​ເລື່ອງ​ນີ້​ບັນ​ລຸ​ຜົນ​ເປັນ​ຈິງ."

ເຖິງວ່າ​ທີມ​ຮອກ​ກີ​ນ້ຳ​ກ້າມ​​ເພດ​ຍິງປະ​ສົມ​ທີ່​ປະ​ກອບ​ດ້ວຍ ສ​ປ​ປ ເກົາ​ຫຼີ​ແລະ ສ​ ເກົາ​ຫຼີ​ບໍ່​​ສາ​ມາດ​ຍາດ​ໄດ້​ຜົນ​ການ​ແຂ່ງ​ຂັນ​ທີ່​ດີ​ກໍ​ຕາມ, ແຕ່​ໄດ້​ຮັບ​ຄວາມ​​ຊົມ​ເຊີຍ​ຈາກ​ປະ​ຊາ​ຊົນ ສ ເກົາ​ຫຼີ​ທີ່​ໄປ​ຊົມ​ການ​ແຂ່​ງ​ຂັນ, ​ແລະໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ດີ​ໃຫ້​ແກ່​ການ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ