ກິດ​ຈະ​ກຳ "ວັດ​ທະ​​ນະ​ທຳ​ຈີນ• ​ບຸນ​ກຸດ​ຈີນ" ເລິ່ມ​ເປີດ​ສາກສະ​ແດງ​ຢູ່​​ນະ​ຄອນຊຽງ​ໃໝ່​ຂອງ​ໄທ
2018-02-20 14:37:20  cri 

ຕອນ​ຄ່ຳ​ວັນ​ທີ 19 ກຸ​ມ​ພາ​ນີ້, ງານ​ສະ​ແດງ​ຂະ​ໜາດ​ໃຫຍ່​ເພື່ອ​ເປັນ​ການ​ຢື້​ຢາມ​​ຖາມ​ຂ່າວຊາວ​ຕ່າງ​ປະ​ເທດ​ເຊື້ອ​ສາຍ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໃໝ່ ຕົວ​ເມືອງ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ໄທ, ​ເຊິ່ງ​ເປັນງານ​ມະ​ຫາ​ກຳ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ພິ​ເສດ​ປີ​ໃໝ່​ຈີນ​ສຳ​ລັບ​ຊາວ​ໄທ​ເຊື້ອ​ສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ພ້ອມ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ນີ້​ແມ່ນ​​ງານ​ສະ​ແດງ"ວັດ​ທະ​​ນະ​ທຳ​ຈີນ• ​ບຸນ​ກຸດ​ຈີນ"​ຈັດ​ຂຶ້ນ​ຢູ່​ອາ​ຊີ​ເປັນເທື່ອ​ທຳ​ອິດ​ໃນ​ປີ​ນີ້ ແລະ ກ່ອນ​ຈະຈັດ​ການ​ສ​ະ​ແດງ​ທ່ານ​ນາງສິວຢ໋ວນ​ຜິງ ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ຊາວ​ຕ່າງ​ປະ​ເທດ​ເຊື້ອ​ສາຍ​​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ ໄດ້​ກ່າວ​ປາ​ໄສ​ໂດຍ​ຜ່ານ​ທາງວິ​ດີ​ໂອ​ວ່າ: ​ການ​ສະ​ແດງ​ເທື່ອ​ນີ້​ຈະ​ເຮັດ​ໃຫ້​ບັນ​ດາ​ທ່ານຜູ້​ຊົມ​ໄດ້​ສຳ​ຜັດ​ກັບຄວາມ​ຮັກ​ແພງ​​ທີ່ເຂັ້ມ​ຂຸ້ນ ແລະ ເບີກ​ບານ​ໃຈ​ໃນຄ່ຳ​ຄືນທີ່​ດີ​ງາມນີ້.

ການ​ສະ​ແດງ​ເທື່ອ​ນີ້​​ຈັດ​ໂດຍ​ສະ​ມາ​ຄົມ​ການ​ຄ້າ​ຈີນ​ຢູ່​ຊຽງໃໝ່​ໂດຍ​ໄດັ້​ຮັບ​ການມອບ​ໝາຍ​ຈາກຫ້ອງ​ການ​ວຽກ​ງານ​ຊາວ​ຕ່າງ​ປະ​ເທດ​ເຊື້ອ​ສາຍ​ຈີນ ແລະ ຈີນ​ຕ່າງ​ດ້າວ ແລະ ສະ​ຖານກົງ​ສຸນ​ຈີນ​ປະ​ຈຳ​ຊຽງ​ໃໝ່. ທ່ານ​ລີວເວີຍ​ເຈ໋ ຮອງ​ຫົວ​ໜ້າຫ້ອງ​ການ​ວຽກ​ງານ​ຊາວ​ຕ່າງ​ປະ​ເທດ​ເຊື້ອ​ສາຍ​ຈີນ ແລະ ​ຈີນ​ຕ່າງ​ດ້າວ​, ຮອງ​ເຈົ້າ​ແຂວງ​ແຂວງ​ຊຽງໃໝ່ ພ້ອມ​​ດ້ວຍ​ຊາວ​ຈີນ​ຕ່າງ​ດ້າວ, ​ຫົວ​ໜ້າ​ຄະ​ນະ​ຊາວ​ຈີນ​ຕ່າງ​ດ້າວ ແລະ, ​ຜູ້​ຕາງ​ໜ້າ​ນັກ​ສຶ​ກ​ສາ​ຈີນ​ວິ​ສາ​ຫະ​ກິດ​ຈີນ ແລະ ວົງ​ການ​ຕ່າງໆ​ຢູ່​ພາກ​ເໜືອ​ຂອງ​ໄທເກືອບ 2 ພັນ​ຄົນ​ໄດ້​​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ