ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຮັບ​ຮອງ​ປາ​ແລັ​ສ​ຕິນ​ເປັນ​ປະ​ເທດ​ສະ​ມາ​ຊິກ​ສົມ​ບູນ​ຂອງສະ​ຫະ​ປະ​ຊາ​ຊາດ​
2018-02-21 16:45:52  cri 
ວັນ​ທີ 20 ກຸມ​ພາ​ນີ້, ທ່ານ​ອາບ​ບັ​ສ ປະ​ທານ​າ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຮັບ​ຮອງ​ເອົາປະ​ເທດ​ຕົນ​ເປັນ​ປະ​ເທດ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​, ແລະ​ຮັບ​ຮອງ​ປະ​ເທດ​ປາ​ແລັ​ສ​ຕິນ​ເປັນ​ເອ​ກະ​ລາດ​ບົນ​ພື້ນ​ຖານ​ຊາຍ​ແດນ​ທີ່​ຂີດ​ແບ່ງ​ໃນ​ປີ 1967 ແລະ​ຖື​ເອົາ​ເຢ​ລູ​ຊາ​ແລມ​ເປັນ​ນະ​ຄອນ​ຫຼວງ.

ໃນ​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ບັນ​ຫາ​ປາ​ແລັ​ສ​ຕິນ​ຢ່າງ​ເປີດ​ເຜີຍ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ​ປາ​ແລັ​ສ​ຕິນ​ໄດ້​ຮຽກ​ຮ້ອງ​ໃຫ້​ຈັດ​ກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ໜຶ່ງ​ໃນ​ກາງ​ປີ 2018 ໂດຍ​ອີງ​ຕາມ​ກົດ​ໝາຍ​ສາ​ກົນ​ແລະ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແລະຫວັງ​ວ່າ​ສອງ​ຝ່າຍ​ປາ​ແລັ​ສ​ຕິນ​, ອິ​ສ​ຣາ​ແອນ​​ພ້ອມເຂດແຄວ້ນ​ແລະ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ສາ​ກົນ​ຈະເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ