​​ຕະຫຼາດ​ຮູບ​ເງົາ​ຈີນ​ຄຶກຄື້ນສົມຄວນໃນໄລຍະ​ບຸນ​ກຸດ​ຈີນ
2018-02-21 16:46:45  cri 
​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ຈໍ, ຕະຫຼາດ​ຮູບ​ເງົາ​ຈີນ​ຄຶກຄື້ນສົມຄວນ. ຕາມ​​ສະຖິຕິ​​​ເບື້ອງ​ຕົ້ນ, ​ແຕ່​ວັນ​ທີ 16 ກຸມພາ​ຫາ​ 15 ​ໂມງ 30 ນາທີຂອງວັນ​ທີ 20 ກຸມພາ​ນີ້, ລາຍ​ຮັບ​ຈາກ​ປີ້​ເຂົ້າ​ຊົມ​ບັນລຸ​ເຖິງ 4,6 ຕື້​ຢວນ ​ເຊິ່ງ​ໄດ້​ສ້າງ​ສະຖິຕິ​ໃໝ່​​ຂອງ​ຕະຫຼາດ​ຮູບ​ເງົາ​ຈີນ​​ໃນ​ໄລຍະ​ບຸນ​ກຸ​ດຈີນ. ນອກຈາກ​ນີ້, ​ໃນວັນຂຶ້ນ 1 ​ຄ່ຳເດືອນ​ຈຽງ​ຕາມ​ຈັນທະຄະຕິ​ຈີນວັນ​ດຽວ, ລາຍ​ຮັບຈາກ​ປີ້​​ເຂົ້າ​ຊົມບັນລຸ 1,3 ຕື້​ຢວນ ​ເຊິ່ງ​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ໂລກ​ທີ່​ເປັນ​ຕະຫຼາດ​ດຽວ​ຂາຍ​ປີ້​​ໄດ້ຫຼາຍ​ທີ່​ສຸດ​ໃນ​ມື້​ດຽວ.

​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ນີ້, ມີຮູບ​ເງົາ​ໃໝ່ 7 ​ເລື່ອງ​ໂດຍ​ກວມ​ເອົາລະ​ຄອນ​ຕະຫຼົກ, ​ແອັກ​ຊັນ, ​ກາ​ຕູນ ​ແລະ​ອື່ນໆ. ຄວາມ​ຄຶກຄື້ນ​ຂອງ​ຕະຫຼາດ​ຮູບ​ເງົາ​ຈີນ​​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ກຳລັງ​ປົ່ມຊ້ອນ​ອັນມະຫາສານ​ດ້ານການ​ບໍລິ​ໂພກທາງວັດທະນະທຳ. ນັກ​ວິ​ເຄາະ​ເຫັນ​ວ່າ: ​ເບິ່ງ​ຮູບ​ເງົາ​ໄດ້​ກາຍ​ເປັນຄວາມ​ນິຍົມ​ໃໝ່ຂອງ​ປະຊາຊົນ​ຈີນ​ໃນ​ໄລຍະ​ບຸນ​ກຸດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ