ບັນ​ຍາ​ກາດ​ບຸນ​ກຸດ​ຈີນໃນ​ບຸນ​ວັດ​ຫໍ​ໄຫວ້​ແຜ່ນ​ດິນ​ປັກ​ກິ່ງ
2018-02-21 11:20:56  cri 

ຕາມ​ຂ່າວCRI: ວັນ​ທີ 19 ກຸ​ມ​ພາ​ນີ້ ກົງ​ກັບ​ວັນ​ຂຶ້ນ 4 ຄ່ຳ ຕາມ​ຈັນ​ຕະ​ຄະ​ຕິ​ຈີນ, ​ໃນ​ບຸນ​ວັດ​ຫໍ​ໄ​ຫວ້​ແຜ່ນ​ດິນ​​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ມີ​ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ຫຼວງ​ຫຼາຍ​ແລະ​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນ​ຊື່ນ​ທີ່​ສຸດ.

ບຸນ​ວັດ​ຫໍ​ໄຫວ້​ແຜ່ນ​ດິນ​ປີ​ນີ້​ມີ​ການ​ສະ​ແດງ​ຕ່າງໆ 6 ປະ​ເທດ​ເກືອບ​ຮ້ອຍ​ເທື່ອ​ ເຊິ່ງ​ລວມ​ທັງ 6 ​ປະ​ເພດ​ນີ້ ຄື, ການ​ສະ​ແດງ​ຮຽນ​ແບບ​ພິ​ທີໄຫວ້​ແຜ່ນ​ດິນ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຊີ່ງ, ການ​ສະ​ແດງພື້ນ​ບ້ານ​ພື້ນ​ເມືອງ​ທີ່​ດີ​ເດັ່ນ, ການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ, ​ງີ້ວທຽ​ນ​ສິນ, ການ​ສະ​ແດງ​ຮີດ​ຄອງ​ປະ​ເພ​ນີ​ໄຕ້​ຫວັນ ແລະ ກາ​ຍະ​ສິນ​ແຂວງ​ເຮີ​​ເປີຍ ເຊິ່ງ​ເປັນ​ການ​ເຕົ້າ​ໂຮມເຄື່ອງ​ສິ​ລະ​ປະ​​ຫັດຖະ​ກຳ​​ທີ່​ເປັນມໍ​ລະ​ດົກ​​ທາງ​ດ້ານວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ, ອາ​ຫານ​ທ້ອງ​ຖິ່ນ ແລະ ສິນ​ຄ້າ​ໃຊ້​ສອນ​ໃນ​ປີ​ໃໝ່​ປະ​ເພດ​ຕ່າງໆ​ຈາກ​ທົ່ວ​ປະ​ເທດ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ