ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ແດນ​ປາ​ຊາ​ອິນ​ໂດ​ເນ​ເຊຍ​ຈັດ​ງານ​ວາງ​ສະ​ແດງ​ຮູ​ບ​ພາບ "ປະ​ເທດ​ຈີນ​ໃນ​ຍຸກ​ໃໝ່"
2018-02-22 11:05:00  cri 

ທ່ານເຊີນເວີ່ຍ ວ່າ​ການ​ແທນ​ກົງ​ສຸນ​ໃຫຍ່​ປະ​ກອບ​ຄຳ​ເຫັນ​ໃນງານ​ວາງ​ສະ​ແດງ​ຮູບ​ພາບ​ຄັ້ງ​ນີ້

ງານ​ວາງ​ສະ​ແດງ​ຮູບ​ພາບ "ປະ​ເທດ​ຈີນ​ໃນ​ຍຸກ​ໃໝ່" ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງ​ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ເມືອງ​ແດນ​ປາ​ຊາ ເທດ​ສະ​ບານ​ແຂວງ​ບາຫຼີ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ສູນ​ສິ​ລະ​ປະ​ບາຫຼີ.

ທ່ານເຊີນເວີ່ຍ ວ່າ​ການ​ແທນ​ກົງ​ສຸນ​ໃຫຍ່​ຢືນ​ຢັນ​ວ່າ ການ​ຈັດ​ງານ​ວາງ​ສະ​ແດງ​ຮູບ​ພາບ​ຄັ້ງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ໂດຍ​ສະ​ເພາະ​ປະ​ຊາ​ຊົນ​ເກາະ​ບາຫຼີ​ມີ​ຄວາມ​ຮັບ​ຮູ້​ແລະ​ເຂົ້າ​ໃຈ​ຕໍ່​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໃຫ້ຫຼາຍ​ຂຶ້ນ​ຕື່ມ.

ທ່ານ​ອາກອງ ຜູ້​ຕາງ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ​ແຂວງ​ບາ​ຫຼີ​ຢືນ​ຢັນ​ວ່າ: ອົງ​ການ​ປົກ​ຄອງ​ແຂວງ​ບາຫຼີ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​​ຢ່າງສູງ​ຕໍ່​ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ແດນ​ປາ​ຊາ​​ທີ່ຈັດ​ກິດ​ຈະ​ກຳ​​ນີ້ເພື່ອ​ສົ່ງ​ເສີມ​ມິດ​ຕ​ະ​ພາບ​ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ ແລະ​ຫວັງ​ວ່າ​ໃນ​ຕໍ່​ໜ້າ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ແລກ​ປ່ຽນ​ຮ່ວມ​ມື​ກັບ​ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເພື່ອ​ຊຸກ​ຍູ້​ມິດ​ຕະ​ພາບ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ແລະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ