ວັນທີ 22 ກຸມພານີ້,ທ່ານວິນເບີ ໂຣສ ລັດຖະມົນຕີກະຊວງການຄ້າອາເມລິກາປະກາດວ່າ ອາເມລິກາຈະປະຕິບັດມາດຕະການສຳຫຼວດແບບຕ້ານການເກື້ອກູນແລະຕ້ານການຂາຍທຸ້ມຕະຫຼາດຕໍ່ຜະລິດຕະພັນຢາງບ້ວງທີ່ນຳເຂົ້າຈາກຈີນ,ສີລັງກາແລະໄທ.
ກະຊວງການຄ້າອາເມລິກາອ້າງວ່າ: ການສຳຫຼວດເທື່ອນີ້ແມ່ນເພື່ອຕອບຮັບການຂໍຮ້ອງຈາກບໍລິສັດສະຫະພັນຢາງພາລາອາເມລິກາ. ຜະລິດຕະພັນຢາງບ້ວງທີ່ນຳເຂົ້າຈາກຈີນ ຂາຍທຸ້ມຕະຫຼາດໃນລະດັບ 27,27%, ຢາງບ້ວງຈາກສີລັງກາ 56,54%ຫາ 133,13%, ຢາງບ້ວງຈາກໄທ 28,92% ຫາ 78,36%, ສ່ວນອັດຕາການເກື້ອກູນໄດ້ລື່ນລະດັບປະເທດພວມພັດທະນາທີ່ບໍ່ໃຫ້ກາຍ 2%.
ກະຊວງການຄ້າອາເມລິກາເປີດເຜີຍວ່າ: ປີ 2017ຜ່ານມາ, ອາເມລິກາໄດ້ນຳເຂົ້າຜະລິດຕະພັນຢາງບ້ວງຈາກຈີນໃນມູນຄ່າປະມານ 4 ລ້ານ 9 ແສນໂດລາສະຫະລັດ, ຈາກສີລັງກາ 2 ລ້ານໂດລາສະຫະລັດ, ຈາກ ໄທ 12 ລ້ານ 1 ແສນ 2 ໝື່ນໂດລາສະລະຫັດ.