ວຽງ​ຈັນ​ຈະ​ພັດ​ທະ​ນາ​ເຂດດອນ​ຈັນ​ໃຫ້​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ໃໝ່
2018-02-23 16:11:27  cri 
​ໜັງ​ສື​ພິມ​ວຽງ​ຈັນ​ທາມ​ລາຍ​ງານ​ວ່າ, ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ນາງ ລາ​ລີ ນັນ​ທະ​ວົງ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ພະ​ແນກ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ນະ​ຄອນຫຼວງວຽງ​ຈັນ​ຢືນ​ຢັນ​ວ່າ: ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງວຽງ​ຈັນ​ຈະ​ສຶກ​ສາ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວດອນ​ຈັນ ແລະ​ຄາດ​ວ່າ​ຈະ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ໃນ​ທ້າຍ​ປີ​ນີ້.

​ຕາມ​ແຜນ​ການ, ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງວຽງ​ຈັນຈະ​ພັດ​ທະ​ນາ​ເຂດໃຕ້​ຂອງດອນ​ຈັນ​ໃຫ້​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໃໝ່​ເພື່ອ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໂດຍ​ເນັ້ນ​ເອ​ກະ​ລັກ​ພິ​ເສດ​ດ້ານ​ຜະ​ລິດ​ຕະ​ພັນ​ອິນ​ຊີ ເພື່ອ​ເຮັດ​ໃຫ້​ໂຮງ​ແຮມດອນ​ຈັນ​ເຂດເມືອງ​ສີ​ສັດ​ຕະ​ນາກ​ແລະ ​ບໍ​ລິ​ເວນ​ສວນ​ສາ​ທາ​ສະ​ນະ​​ເຈົ້າອະ​ນຸ​ວົງ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ​ເພື່ອ​ສ້າງ​​ລາຍ​ຮັບ​ໃຫ້​ແກ່​ກະ​ສິ​ກອນ​ທ້ອງ​ຖິ່ນ​ດັ່ງ​ກ່າວ.

ເດືອນ​ມັງ​ກອນ​ຜ່ານ​ມາ, ທ່ານ​ສິນ​ລ​ະ​ວົງ ​ຄຸດ​ໄພ​ທູນ ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ​ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມ​ະ​ການ​ປະ​ສົມຫຼາຍ​ຂະ​ແໜງ​ການ​ເພື່ອ​ຮັບ​ຜິດ​ຊອບ​ໂຄງ​ການ​ດັ່ງ​ກ່າວ ແລະ​ຄະ​ນະ​ກຳ​ມະ​ການ​ຈະ​ປະ​ຕິ​ບັດ​ການ​ສຳຫຼວດ​ໂຄງ​ການ​ແລະ​ຈັດ​ສັນ​ເອົາ​​ຊາວກະ​ສິ​ກອນ​ຜູ້​ທີ່​ມີ​ເຈດ​ຈຳ​ນົງ​ເຂົ້າ​ຮ່ວມ​ໂຄງ​ການ​ນັ້ນ​ເປັນ​ເປົ້າ​ໝາຍ​ການ​ພັດ​ທະ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ