ຈີນ​ຈະ​ເປີດກວ້າ​ງຈຸດ​ສຸມອະ​ນຸ​ລັກ​ເນື້ອ​ທີ່​ດິນ​ປູກ​ຝັງ
2018-02-23 16:58:29  cri 
ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ກະ​ສິ​ກຳ​ຈີນ​ທີ່​ຈັດ​ຂຶ້ນ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນວັນ​ທີ 23 ກຸມ​ພາ​ນີ້, ທ່ານ​ເຈິ່ງ​ຢຽນ​ເຕີ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ການ​ປູກ​ຝັງ​ກະ​ຊວງ​ກະ​ສິ​ກຳ​ຈີນ​ເປີດ​ເຜີຍ​ວ່າ: ຈີ​ນ​ຈະ​ເປີດກວ້າງ​ຈຸດ​ສຸມ​ອະ​ນຸ​ລັກ​ເນື້ອ​ທີ່​ດິນ​ປູກ​ຝັງໂດຍ​ສັບ​ປ່ຽນການປູກ​ ​ຫຼື​ເຊົາ​ປູກ​ຝັງ​ຕື່ມ​ອີກ, ເນື້ອ​ທີ່​ຈຸດ​ສຸມ​ຂອງ​ປີ 2018 ນີ້​ຈະ​ເພີ່ມ​ຂຶ້ນ 1 ເທົ່າເມື່ອ​ທຽບ​ໃສ່​ປີ 2017 ຜ່ານ​ມາ, ຈາກ​ນັ້ນ ແຕ່​ລະ​ປີ​ຈະ​ເພີ່ມ​ຂຶ້ນ​ຕາມ​ອັດ​ຕາ​​ທີ່ແນ່ນອນ ເພື່ອ​ສູ້​ຊົນ​ເຮັດ​ໃຫ້​ເພີ່ມ​ຂຶ້ນຮອດ 3 ລ້ານ 3 ແສນ 3 ໝື່ນ​ເຮັກ​ຕາ​ຂຶ້ນ​ໄປ.

ທ່ານ​ເຈິ່ງ​ຢຽນ​ເຕີ​ຢືນ​ຢັນ​ວ່າ: ແຕ່​ກ່ອນ, ເພື່ອ​ຮັບ​ປະ​ກັນ​ການ​ເພີ່ມປະ​ລິ​ມານ​ການ​ປູກ​ຝັງ​,ການ​ສະ​ໜອງ​ທັນ​ຍາ​ຫານແລະ​ແກ້​ໄຂ​ບັນ​ຫາ​ການ​ບໍ​ລິ​ໂພກຂອງ​ປະ​ຊາ​ຊົນ, ຈິ່ງ​ໄດ້​ບຸກ​ເບີກ​ເນື້ອ​ທີ່​ປູກ​ຝັງ​ຫຼາຍ​ເກີນ​ໄປ,ຊັບ​ພະ​ຍາ​ກອນ​ນ້ຳ ​ສິ້ນ​ເປື​ອງ​ເກີນ​ໄປ​​ພ້ອມ​ທັງ​ນຳ​ໃຊ້​ປຸຍ​ເຄ​ມີ​ແລະ​ຢາ​​ປາບສັດ​ຕູ​ພືດຫຼາຍ​ເກີນ​ໄປ ​ຈຶ່ງສົ່ງ​ຜົນ​ເຮັດ​ໃຫ້​ລະ​ບົບ​ນິ​ເວດ​ກະ​ສິ​ກຳ​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ. ປັດ​ຈຸ​ບັນ, ຕ້ອງ​ປ່ຽນ​ແປງວິ​ທີ​ການ​ຜະ​ລິດ​ແບບ​ຊະ​ຊາຍ​ຢ່າງ​ຮີບ​ດ່ວນ, ແກ້​ໄຂ​ບັນ​ຫາ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນຫຼາຍ​ເກີນ​ໄປ​ແລະ​ສະ​ກັດ​ກັ້ນ​​ການຊຸດ​ໂຊມ​ລົງ​ຂອງ​ລະ​ບົບ​ນິ​ເວດ.

ປີ 2016, ພາຍ​ໃຕ້​ການ​ສົ່ງ​ເສີມ​ຮ່ວມ​ຂອງ 10 ຂະ​ແໜງ​ການ​ເຊັ່ນ​ກະ​ຊວງ​ກະ​ສິ​ກຳ,ກະ​ຊວງ​ການ​ເງິນ​ແລະ​ອື່ນໆ, ຈີນ​ເລີ່ມປະ​ຕິ​ບັດ​ລະ​ບຽບ​ການ​ສັບ​ປ່ຽນ​​ການປູກ ​ແລະ​ເຊົາ​ປູກ​ຝັງ​ຕາມ​ເນື້ອ​ທີ່​ປູກ​ຝັງ​ຈຸດ​ສຸມ, ປີ 2016, ເນື້ອ​ທີ່​ປູກ​ຝັງ​ຈຸດ​ສຸມ​ດັ່ງ​ກ່າວ​ບັນ​ລຸ 4 ແສນ 1 ໝື່ນ​ເຮັກ​ຕາ, ປີ 2017 ໄດ້​ເພີ່ມ​ຂຶ້ນ​ເຖິງ 8 ແສນ​ເຮັກ​ຕາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ