ທະ​ນາ​ຄານ​ລົງ​ທຶນພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ກຳ​ລັງ​ພິ​ຈາ​ລະ​ນາເພື່ອ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຟິ​ລິບ​ປິນ
2018-02-23 16:27:34  cri 
ຕາມ​ຂ່າວ​ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ: ຫວ່າງ​ມໍ່ໆ​ນີ້, ໜັງ​ສື​ພິມ ມາ​ນີ​ລາ​ບູ​ເລ​ຕິນ​ ລາຍ​ງານ​ວ່າ, ທະ​ນາ​ຄານ​ລົງ​ທຶນພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ທີ່​ນຳ​ໂດຍ​ຈີນກຳ​ລັງພິ​ຈາ​ລະ​ນາ​ໂຄງ​ການ​​ກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ​ທີ່​ AIIB ອາດ​ຈະ​ສະ​ໜອງ​ທຶນ​ໃຫ້​ລັດ​ຖະ​ບານ​ຟິ​ລິບ​ປິນ.

ທ່ານ​ອົ​ສ​ຕ​ຟິວດ, ຮອງ​ຜູ້​ວ່າ​ການ​ ແລະ CEO ຂອງທະ​ນາ​ຄານ AIIB ​ກ່າວ​ວ່າ, ໂຄງ​ການ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ປັດ​ຈຸ​ບັນລວ​ມ​ທັງ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ​ສີ​ຂຽວ, ເຊັ່ນ: ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍພະ​ລັງ​ງານ​ແສງ​ຕາ​ເວັນ, ພະ​ລັງ​ລົມ​​ແລະ​ພະ​ລັງນ້ຳ​ແລະ​ອື່ນໆ, ​ນອກ​ນັ້ນ, ຍັງ​ຈະ​ພິ​ຈາ​ລະ​ນາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ສີ​ຂຽວ, ເຊັ່ນ: ລົດ​ໄຟ, ຄົມ​ມະ​ນາ​ຄົມສາ​ທາ​ລະ​ນະ​ດ່ວນ, ລະ​ບົບ​ຄົມ​ມະ​ນາ​ຄົມ​ສະ​ມັດແລະ​ອື່ນໆ.

ທ່ານ​ອົ​ສ​ຕ​ຟິວດ​​ກ່າວຕື່ມ​ວ່າ, ປັດ​ຈຸ​ບັນ, ຟິ​ລິບ​ປິນ​ແມ່ນ​ໜຶ່ງ​ໃນ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ມີ​ພະ​ລັງ​ຊີ​ວິດ​ຊີ​ວາ​ຫຼາຍກວ່າ​ໝູ່​ຂ​ອງ​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນ. ແຕ່​ວ່າ, ພື້ນ​ຖານ​ໂຄງ​ລ່າງ​ທີ່​ອ່າວ​ຫຼ້າ​ຫຼັງ​ໄດ້​ກາຍ​ເປັນ​ສິ່ງ​ກີດ​ຂວາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ວ່ອງ​ໄວ​ແລະ​ຂະ​ບວນ​ການ​ຫັນ​ເປັນ​ຕົວ​ເມືອງ​. ​ດັ່ງ​ນັ້ນ AIIB ຍິນ​ດີ​ສະ​ໜັບ​ສະ​ໜູນ​ທຶນ​ຮອນ​ເຂົ້າ​ໃນ​ການ​ສ້າງພື້ນ​ຖານ​ໂຄງ​ລ່າງ​ຂອງ​ຟິ​ລິບ​ປິນ, ແລະ​ເຊື່ອ​ວ່າ, ຟິ​ລິບ​ປິນ​ຈະ​ອຳ​ນວຍ​ໂອ​ກາດ​ການລົງ​ທຶນ​ໃຫຍ່​ຫຼວງ​ໃຫ້​ແກ່​ທະ​ນາ​ຄານ AIIB​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ