ມຽນ​ມາ​ກ່າວ​ປ​ະ​ນາມ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢູ່​ລາ​ຊີ​ໂອ
2018-02-24 10:28:14  cri 
ວັນ​ທີ 23 ກຸມ​ພາ​ນີ້, ສູນ​ຄວາມ​ປອງດອງ​ ແລະ​ສັນ​ຕິ​ພາບແຫ່ງ​ຊາດ​ມຽ​ນ​ມາ​ໄດ້​ອອກ​ຖະ​ແຫຼງການ, ໂດຍ​ກ່າວ​ປະ​ນາມ​ການ​ກະ​ທຳ​ກໍ່​ການ​ຮ້​​າຍ ​ທີ່​ກໍ່​ການ​ລະ​ເບີດ​ຢູ່​ລາ​ຊີ​ໂ​ອ​​ທາງ​ພາກ​ເໜືອ​ຂອງ​ລັດ​ສານ ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ​ປະ​ຊາ​ຊົນ​ຜູ້​ບໍ​ລິ​ສຸດ.

ຖະ​ແຫຼງ​ການການ​ດັ່ງ​ກ່າວ​ແມ່ນ​ລົງ​ນາມ​ໂດຍ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ ​ປະ​ທານ​ສູນ​​ຄວາມປ​ອງດອງ ແລະ​ສັນ​ຕິ​ພາ​ບ​ແຫ່ງ​ຊາດ. ໃນ​​ຖະ​ແຫຼງ​ການ​​ລະ​ບຸ​ວ່າ, ຕອນ​ບ່າຍ​ວັນ​ທີ 21 ກຸມ​ພາ​ນີ້, ອົງ​ການ​ນີ​ນະ​ນາມ​ໄດ້​ວາງ​​ມິນ​ທີ່​ຜະ​ລິດ​ເອງ​ຢູ່​​ລະ​ຫວ່າງ​ທະ​ນາ​ຄານ​ໂຢ​ມາ​ກັບ​ທະ​ນາ​ຄານ​ອາ​ຢາ, ເຮັດ​ໃຫ້​ພະ​ນັກ​ງານ​ເພດ​ຍິງ 2 ຄົນ​ຂອງ​ທະ​ນາ​ຄານ​​ເສຍ​ຊີ​ວິດ, ແລະ21ຄົນ​ໄດ້​ຮັບ​ບາດ​ເຈັບ. ເຊິ່ງ​ເຫດ​ການ​ກໍ່​ການ​ຮ້າຍ​ຄັ້ງ​ນີ້​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ເພື່ອ​ສົ່ງ​ເສີມ​ພາ​ລະ​ກິດ​ຄວາມ​ປອດດອງ​ຊາດ. ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ກ່າວ​ປະ​ນາມ​ການ​ກະ​ທຳ​ນີ້​ຢ່າງ​ຮຸນ​ແຮງ, ທັງ​ກ່າວ​ວ່າ​ຈະ​ໃຊ້ກົດ​ໝາຍ ແລະ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ, ເພື່ອ​ປົກ​ປ້ອງ​ຊີ​ວິດ ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ.

ຫຼັງ​ເກີດ​ເຫດ​ການ​ລະ​ເບີດ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ລາ​ຊີ​ໂອ​ໄດ້​ຍົກ​ລະ​ດັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ ທັງ​ກວດ​ກາຢ່າງ​ລະ​ອຽດ​ວ່າ​ຍັງ​ມີ​ລະ​ເບີດ​ອື່ນ​ອີກຫຼື​ບໍ່, ພ້ອມ​ກັນ​ນັ້ນ​ໄດ້​ຕັ້ງ​ຄະ​ດີ​ແລະ​ກວດ​ສອບ​ໃນ​ຖານ​ໂທດ​ຄາດ​ຕະ​ກຳ, ແລະ​ຕັ້ງ​​ກຸ່ມ​ເພື່ອ​ທຳ​ຮ້າຍ​ຜູ້​ອື່ນ​ຢ່າງ​ຮຸນ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ