ສະ​ຖານ​ທູດ​ອາ​ເມ​ລິ​ກາທີ່​ຕັ້ງ​ຢູ່​ເຢຣູ​ສະ​ເລັມຈະ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້
2018-02-24 10:36:19  cri 
ວັນ​ທີ 23 ກຸມ​ພາ​ນີ້, ທ່ານ​ເຮ​ເຕີ ໂນ​ເອັດ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ, ສະ​ຖານ​ທູດ​ອາ​ເມ​ລິ​ກາ​ທີ່​ຕັ້ງ​ຢູ່​ເຢ​ຣູ​ສະ​ເລັມ​ຈະ​ເລີ່ມ​ເຮັດ​ວຽກ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້.

ວັນ​ທີ 6 ທັນ​ວາ ປີ 2017ຜ່ານ​ມາ, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ວ່າ ອາ​ເມ​ລິ​ກາ​ຮັບ​ຮູ້​ເຢ​ຣູ​ສະ​ເລັມ​ເປັນ​ນະ​ຄອນຫຼວງ​ຂອງ​ອິ​ສ​ຣາ​ແອນ, ແລະ​ຈະ​ເລີ່ມ​ຍົກ​ຍ້າຍ​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອິ​ສ​ຣາ​ແອນ​ຈາກແຕນອາ​ວິບ​ ​ໄປເຢ​ຣູ​ຊາ​ເລັມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ