ອິນ​ໂດ​ເນ​ເຊຍ​ແລະ​ສະ​ຫະ​ພາບ​ເອີ​ຣົບ ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຮອບ​ທີ 4
2018-02-24 16:26:18  cri 
ໜັງ​ສື​ພິມ​ຈາ​ກາ​ຕາ​ໂພ​ສ​ຂອງ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ, ເມື່ອ​ບໍ່​ດົນ​ມາ​ນີ້, ອິນ​ໂດ​ເນ​ເຊຍ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຈັດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຮອບ​ທີ 4.

ທ່ານ​ອິ​ມານ ປາມ​ບັກ​ໂຢ ຜູ້​ແທນ​ເຈ​ລະ​ຈາ​ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ວ່າ ການ​ເຈ​ລະ​ຈາດັ່ງ​ກ່າວ​ເປັນ​ການ​ເຈ​ລະ​ຈາ​ທີ່​ເລິກ​ເຊິ່ງ​ແລະ​ກວ້າງ​ຂວາງ​ທີ່​ສຸດ​ນັບ​ແຕ່​ອິນ​ໂດ​ເນ​ເຊຍ​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ມາ​ນີ້, ສອງ​ຝ່າຍ​ລ້ວນ​ແຕ່​ຫວັງ​ຖື​ໂອ​ກາດ​ນີ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຮອບ​ດ້ານ​ແບບ​ໃໝ່ ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ-ສະ​ຫະ​ພາບ​ເອີ​ຣົບ​ຂະ​ຫຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ​ເທົ່າ​ນັ້ນ ຍັງ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ສອງ​ຝ່າຍ​ເຊື່ອ​ມ​ຕໍ່​ເຂົ້າ​ກັນ​ໃຫ້​ກາຍ​ເປັນ​ຕ່ອງ​ໂສ້​ມູນ​ຄ່າ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ເຂົ້າ​ສູ່​ຕະຫຼາດ​ຝ່າຍ​ທີ​ສາມອີກ​ດ້ວຍ.

ທ່ານ​ອິ​ມານ​ກ່າວ​ຕື່ມ​ວ່າ: ​ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ອິນ​ໂດ​ເນ​ເຊຍ​ຄື​ການ​ເປີດກວ້າງ​ການ​ສົ່ງ​ອອກ​ສິນ​ຄ້າ​ແລະ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຫວັງ​ຢາກ​ເລັ່ງ​ລັດ​ຂະ​ບວນ​ການ​ເຈ​ລະ​ຈາ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ໂຄ​​ຕ້າຂອງ​ປະ​ເທດ​ຕົນ​ຢູ່​ຕະຫຼາດ​ເອີ​ຣົບ​ຖືກ​ແບ່ງ​ປັນ​ໄປ​ໃຫ້​ປະ​ເທດ​ທີ່​ເຊັນ​ສັນ​ຍາ​ການ​ຄ້າ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ແລ້ວ​ເຊັ່ນ​ຫວຽດ​ນາມ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ