ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄືນ​ຕໍ່​​ມາ​ດ​ຕະການຂວ້ຳ​ບາດ​ສ​ປ​ປ​ເກົາ​ຫຼີ​​ຂອງ​ອາ​ເມ​ລິ​ກາ
2018-02-25 17:02:49  cri 
ໂດຍ​ແນ​ໃສ່​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ປະ​ກາດມາ​ດ​ຕະການຂວ້ຳ​ບາດ​​ສ​ປ​ປ​ເກົາ​ຫຼີ ​ເຊິ່ງ​ລວມ​ທັງວິ​ສາ​ຫະ​ກິດ ເຮືອ​ບິນ​ແລະ​ສ່ວນ​ບຸກ​ຄົນ​ທີ່​ມີ​ສ່ວນກ່ຽວ​ຂ້ອງ​ກັບ​ສ​ປ​ປ​ເກົາ​ຫຼີຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ ເຊັ່ນ​ຈີນເປັນ​ຕົ້ນ, ວັນ​ທີ 24 ກຸມ​ພານີ້ ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາຂວ້ຳ​ບາດ​ວິ​ສາ​ຫະ​ກິດ​ຫຼື​ສ່ວນບຸກ​ຄົນ​ຂອງ​ຈີນ​ແຕ່​ຝ່າຍ​ດຽວ​ຕາມ​ກົດ​ໝາຍ​ອາ​ເມ​ລິ​ກາ.

ທ່ານ​ເກີງ​ສວງ​ກ່າວ​ຕື່ມ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ມະ​ຕິ​ກ່ຽວ​ກັບ​ສ​ປ​ປ​ເກົາ​ຫຼີ​ຂອງ​​ສະ​ພາຄວາມ​ໝັ້ນ​ຄົງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຮອບ​ດ້ານ​ແລະ​ເຂັ້ມ​ງວດ, ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ​ຂອງ​ຕົນ, ເດັດ​​ດ່ຽວ​ບໍ່​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ແລະ​ວິ​ສາ​ຫະ​ກິດ​ຈີນ​ມີ​ການ​ເຄື່ອນ​ໄຫວ​ທີ່​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາຄວາມ​ໝັ້ນ​ຄົງ. ໂດຍ​ຜ່ານ​ການ​ສຳ​ຫຼວດ​​ແລ້ວ ຖ້າ​ວ່າ​ມີ​ການ​ກະ​ທຳ​ທີ່​ໄດ້​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງແລະ​ລະ​ເມີດ​ກົດ​ໝາຍ​ກົດ​ບັນ​ຍັດ​ຂອງ​ຈີນ, ຈີນ​ກໍ​ຈະ​ຊຳ​ລະ​ແກ້​ໄຂຕາມ​ກົດ​ໝາຍ​ກົດ​ບັນ​ຍັດຢ່າງ​ເຄັ່ງ​ຄັດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ