ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ພະ​ລັງ​ງານ​ນິວ​ເຄຼຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ
2018-02-25 15:37:30  cri 

ຫວ່າງ​ມໍ່ໆ​ນີ້,ໃນ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງລອນ​ດອນ​ຂອງ​ປະ​ເທດ​ອັງ​ກິດ, ທ່ານ​ຟາ​ດິດ ບີ​ໂຣນ ປະ​ທ​ານ​ອົງ​ການ​ພະ​ລັງ​ງານ​ສາ​ກົນ ຫຼື IEA ກ່າວ​ວ່າ, ຄຽງ​ຄູ່​ກັບ​ຈີນ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ຜະ​ລິດ​ໄຟ​ຟ້າ​ນິ​ວ​ເຄຼຍ, ຈີນ​ຈະ​ເຂົ້າແທນ​ອາ​ເມ​ລິ​ກາ​​ແລ້ວ ກາຍ​ເປັນ​ປະ​ເທດ​ພະ​ລັງ​ງານ​ນິວເຄຼຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໃນ​ອະ​ນາ​ຄົ​ດ.

ປັດ​ຈຸ​ບັນ, ໂຮງໄຟ​ຟ້າ​ນິວ​ເຄຼຍ​ຂອງ​ທົ່ວ​ໂລກ​ມີ 1/3 ຢູ່​ປະ​ເທດ​ຈີນ. ທ່າ​ນ​ບີ​ໂຣນ​ຄາດ​ວ່າ, ຮອດ​ປີ 2030, ຈີນ​ກໍ່​ຈະ​ລື່ນ​ກາຍ​ອາ​ເມ​ລິ​ກາແລ້ວ​ກາຍ​ເປັນ​ປະ​ເທດ​ພະ​ລັງ​ງານ​ນິ​ວ​ເຄຼຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ຕົວ​ເລກ​​ໃນເວັບ​ໄຊ IEA ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ປີ 2016, ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍພະ​ລັງ​ງານ​ນິວ​ເຄຼຍກວມ 2% ໃນ​ການ​ຜະ​ລິດ​ໄຟ​ຟ້າ​ທັງ​ໝົດ​ຂອງ​ຈີນ. ຄາດ​ວ່າ, ຮອດ​ປີ 2040, ມາດ​ຕາ​ສ່ວນ​ດັ່ງ​ກ່າວ​ຈະ​​ມີ​ເຖິງ 4%.

ທ່ານ​ບີ​ໂຣນ​ກ່າວ​ວ່າ, ສະ​ພາບ​ດັ່ງ​ກ່າວ​ຄື​ກັນ​ຢູ່​ຂົງ​ເຂດ​ການ​ຜະ​ລິດ​ໄຟ​ຟ້າ​​ດ້ວຍພະ​ລັງ​ງານແສງ​ຕາ​ເວັນ, ຈີນ​ກຳ​ເອົາ​ເຕັກ​ນິກ​ຜະ​ລິດ​ໄຟ​ຟ້າ​​ດ້ວຍພະ​ລັງ​ງານ​ແສງ​ຕາ​ເວັນ​ໂດຍ​ຜ່ານພຶດ​ຕິ​ກຳ, ເຮັດ​ໃຫ້​ຕົ້ນ​ທຶນ​ຫຼຸດ​ລົງ, ປັດ​ຈຸ​ບັນ​ໄດ້​ມີ​ແຜນ​ການ​ສົ່ງ​ອອກ​ເຕັກ​ນິກ​ຂອງ​ປະ​ເທດ​ຕົນ ແລະ ສາ​ມາດ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ປະ​ເທດ​ອື່ນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ