​ຈັດການ​ສຳ​ມະ​ນາ​ວັດ​ທະ​ນະ​ທຳ​ຈີນ-ລາວ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຢູ່​ນານ​ນິງ
2018-02-26 10:27:30  cri 

ສະ​ຖານ​ກົງ​ສຸນ​ໃຫຍ່​ ສ​ປ​ປ ລາວ​ປະ​ຈຳ​ນານ​ນິງ, ສູນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສາ​ກົນ​ກວາງ​ຊີ ແລະ​ຫໍ​ພິ​ພິດ​ທະ​ພັນ​ນານ​ນິງ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ ການ​ສຳ​ມະ​ນາ​ວັດ​ທະ​ນະ​ທຳ​ຈີນ-ລາວ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ນານ​ນິງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24 ກຸມ​ພາ​ນີ້.

ທ້າຍ​ເດືອນ​ມັງ​ກອນ​ຜ່ານ​ມາ, ການແຂ່ງ​ຂັນ​ນະ​ວັດ​ຕະ​ກຳ​ຊາວ​ໜຸ່ມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ປົກ​ຄອງ​ແຫ່ງ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​​​ຂອງໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາ​ວ​ເປັນ​ຄັ້ງ​ທຳ​ອິດ​ແລະ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.ຄະ​ນະ​ຜູ້​ແທນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ກວາງ​ຊີ​ ສ​ປ ຈີນ​ໄດ້​ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ,ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ລາວ, ກົມ​ຮູບ​ເງົາ​ລາວ​ແລະ​ອົງ​ການ​ອື່ນໆ​ທັງ​ໄດ້​ເຊື້ອ​ເຊີນພະ​ນັກ​ງານ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ລາວໄປ​​ແລກ​ປ່ຽນ​ຮ່ວມ​ມື​ຢູ່ນະ​ຄອນ​ນານ​ນິງ, ຮ່ວມ​ມື​ກັບ​ກົມ​ຮູບ​ເງົາ​ລາວ​ໃນ​ການ​ກະ​ກຽມ​ຖ່າຍ​ທຳ​ຟີມ​ສາ​ລະ​ຄະ​ດີ "ໂຮງ​ຮຽນ​ຫົກສິບ​ເຈັດ" ແລະ​ເພີ່ມ​ທະ​ວີ​ການ​​ແລກ​ປ່ຽນ​ແລະຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງສອງ​ຝ່າຍ​ໂດຍ​ມີ​ທ່ານ​ນາງ​​ວັນ​ສີ ວິ​ລິ​ຍະ​ພອນ ກົງສຸນ​ໃຫຍ່ ​ສ​ປ​ປ ລາວ​ປະ​ຈຳ​ນານ​ນິງ​ຮ່ວມ​ເດີນ​ທາງ.

ທ່ານ​ນາງ​ ວັນສີ​ ວິ​ລິ​ຍ​ະ​ພ​ອນ ​ຢືນ​ຢັນ​ວ່າ ໂຄງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ການ​ຮ່ວມ​ມື​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ໄດ້​ປະ​ກອບ​ສ່ວນ​ຢ່າງຫຼວ​ງຫຼາຍ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລາວ-ຈີນ​ເທົ່າ​ນັ້ນ,ຍັງ​ຈະ​ເສີມ​ຂະ​ຫ​ຍາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ເສດ​ຖະ​ກິດ​ກາ​ນ​ຄ້າ, ການ​ທ່ອງ​ທ່ຽວ ແລະ​ອື່ນໆ​ອີກ​ດ້ວຍ. ປັດ​ຈຸ​ບັນ, ການ​ຮ່ວມ​ມື​ລາວ-ຈີນ​ກຳ​ລັງ​ໄດ້​ຮັບ​ໂອ​ກາດ​​ໃນການ​ຮ່ວ​ມ​ມື​ທີ່​ດີ​ທີ່​ສຸດ ແລະ​ສະ​ຖານ​ກົງ​​ສຸນ​ໃຫຍ່​ລາວ​ປະ​ຈຳ​ນານ​ນິງ​ກໍ​ຈະ​ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ການພົວ​ພັນ​ແລະ​ປະ​ສານ​ງານ​ເພື່ອ​ພະ​ຍາ​ຍາ​ມສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການດັ່ງ​ກ່າວ​ໃຫ້​ເປັນ​ຮູບ​ປະ​ທຳ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ