ສ​ປ​ປ ເກົາຫຼີ​ປະ​ນາມ​ອາ​ເມ​ລິ​ກາ​ທີ່​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຮອບ​ໃໝ່​ຕໍ່​ປະ​ເທດ​ຕົນ
2018-02-26 10:48:42  cri 
ວັນ​ທີ 25 ກຸມ​ພາ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ ເກົາຫຼີ​ໄດ້​ປະ​ນາມ​ອາ​ເມ​ລິ​ກາ​ທີ່​ປະ​ກາດ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຮອບ​ໃໝ່​ຕໍ່​ປະ​ເທດ​ຕົນ​ວ່າ ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ມີ​ເຈ​ຕະ​ນາ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ເກີດ​ການເ​ປັນ​ປໍ​ລະ​ປັກ​ແລະ​ສົງ​ຄາມ​ອີກ​ຄັ້ງ​ໃໝ່.

ຂ່າວ​ສານ​ສູນ​ກາງ ສ​ປ​ປ ເກົາຫຼີ​ໄດ້​ລາຍ​ງານ​ໂດຍ​ອ້າງ​ຕາມ​ຄຳ​ຖະ​ແຫຼງ​​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ ເກົາຫຼີ​ວ່າ: ປັດ​ຈຸ​ບັນ, ​ສະ​ພາບການ​ເຈ​ລະ​ຈາ​ແລະ​ຮ່ວມ​ມື​ລະ​ຫວ່າງ​ສອງ​ເກົາຫຼີ​​ເກີດ​ຂຶ້ນ​ໄດ້​ນັ້ນ​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ປ​ານ​ໃດ​, ຈ​າກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ໄດ້​ຈັດ​ຂຶ້ນ​ແລະ​ອັດ​ລົງ​ຢ່າງ​ສຳ​ເລັດ​ຜົນ. ແຕ່​ອາ​ເມ​ລິ​ກາ​ພັດ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ສ​ປ​ປ​ເກົາຫຼີ​ຢ່າງຫຼວງຫຼາຍ​ກ່ອນ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປິດ​ລົງ​ໂດຍ​ມີ​ເຈ​ຕະ​ນາ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ເກີດ​ການ​ເປັນ​ປໍ​ລະ​ປັກ​ແລະ​ສົງ​ຄາມ​ອີກ​ຄັ້ງ​ໃໝ່.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ ເກົາຫຼີ​ກ່າວ​ວ່າ: ສ​ປ​ປ ເກົາຫຼີ​ໄດ້​ຊີ້​ແຈງ​ມາຫຼາຍ​ເທື່ອ​ແລ້ວ​ວ່າ ມາດ​ຕະ​ການ​ປິດ​ລ້ອມ​ໃດໆ​ກໍ​ຕາມ, ສ​ປ​ປ ເກົາຫຼີ​ລ້ວນ​ແຕ່​ຈະ​ຖື​​ວ່າເປັນ​ການ​ກະ​ທຳ​ແບບ​ກໍ່​ສົງ​ຄາມ.ຖ້າ​ຫາກ​ອາ​ເມ​ລິ​ກາຂືນ​ແຕະ​ຕ້ອງ​ແລະ​ທ້າ​ທາຍ​ເກາະ​ຜິດ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄວາມ​ຈິງ​ໃຈ​ແລະ​ຄວາມ​ພະ​ຍ​າ​ຍາມ​ຂອງ​ສ​ປ​ປ​ເກົາຫຼີ​ເພື່ອ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ເກົາຫຼີ​ໃຫ້​ດີ​ຂຶ້ນ ແລະ​ປົ​ກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ, ​ສ​ປ​ປ ເກົາຫຼີ​ກໍ່ຈະ​ຕອບ​ໂຕ້​​ອາ​ເມ​ລິ​ກາ​ດ້ວຍ​ວິ​ທີຂອງ​ຕົນ​ເຊັ່ນ​ກັນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ