ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ 2 ໜ່ວຍ​ຂອງເຂື່ອນໄຟ​ຟ້າ​ນ້ຳ​ຕົກ​ນ້ຳ​ຈຽນ​ຂອງ​ລາວ​ທີ່​ບໍ​ລິ​ສັດ​ຈີນ​ຮັບ​ເໝົາ​ກໍ່​ສ້າງ​ນັ້ນ​ໄດ້​ຜ່ານ​ການ​​ທົດ​ລອງ
2018-02-26 16:30:18  cri 
ກຸ່ມບໍ​ລິ​ສັດ​ກໍ່​ສ້າງ​ພະ​ລັງ​ງານ​ຈຳ​ກັດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 24 ກຸມ​ພາ​ນີ້​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ເລກ 1 ແລະ​ເລກ​ 2 ​ຂອງເຂື່ອນໄຟ​ຟ້າ​ນ້ຳ​ຕົກ​ນ້ຳ​ຈຽນ​ຂອງ​ລາວ​ທີ່​ກຸ່​ມ​ບໍ​ລິ​ສັດ​ເກີ​ໂຈ່ວ​ປ້າ​ທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ຕົນ​ຮັບ​ເໝົາ​ກໍ່​ສ້າງ​​ນັ້ນໄດ້​ຜ່ານ​ການ​ທົດ​ລອງ​ເປັນ​ເວ​ລາ 72 ຊົ່ວ​ໂມງ, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ໂຄງ​ການ​ນີ້​ໄດ້​ບັນ​ລຸ​ເປົ້າ​ໝາຍ​​ຕິດ​ຕັ້ງເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ 2 ໜ່ວຍ​ໃນ​ປີ​ໜຶ່ງ​ຜ່ານ​ມາ​ຢ່າງ​ສຳ​ເລັດ​ຜົນ.

ຂ່າວ​ແຈ້ງວ່າ, ​ເຂື່ອນໄຟ​ຟ້າ​ນ້ຳ​ຕົກ​ດັ່ງ​ກ່າວ​ຕັ້ງ​ຢູ່​ຍ່ານ​ເໜືອ​ນ້ຳ​ຈຽນແຂວງ​ຊຽງ​ຂວາງ, ຫ່າງ​ຈາກ​​ເທດ​ສະ​ບານ​ໂພນສະ​ຫວັນ​ເຊິ່ງ​ເປັນ​ເມືອງ​ເອກ​ແຂວງ​ດັ່ງ​ກ່າວ 66 ກິ​ໂລ​ແມັດ, ໄດ້​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ນ້ຳ​ຕົກ 2 ໜ່ວຍ, ຍອດກຳລັງ​ຜະລິດ​ໄຟຟ້າມີ 1 ແສນ 4 ພັນ​ກິ​ໂລ​ວັດ. ແລະ​ເຂື່ອນໄຟ​ຟ້າ​ດັ່ງ​ກ່າວ​ແມ່ນ​ໜຶ່ງ​ໂຄງ​ການ​ສຳ​ຄັນ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ