ການ​ຈັດ​ເອົາ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ບັນ​ທຶກ​ເຂົ້າ​ໃນ​ລັດ​ຖະ​ທຳ​ມະ​ນູນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ
2018-02-27 16:17:45  cri 
ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ສະ​ເໜີ​ວ່າ​ດ້ວຍ​ການ​ດັດ​ແກ້​ເນື້ອ​ໃນ​ບາງ​ຕອນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ໃນ​ວັນ​ທີ 25 ກຸມ​ພາ​ນີ້ ​ໂດຍ​ສະ​ເໜີ​ໃຫ້​ຈັດ​ເອົາ ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ບັນ​ທຶກ​ເຂົ້າ​ໃນ​ລັດ​ຖະ​ທຳ​ມະ​ນູນ​ ຖື​ວ່າ​ເປັນ​ເຫດ​ການ​ທີ່​ມີຄວາມ​ໝາຍ​ສຳ​ຄັນ​ໃນ​ປັດ​ຈຸ​ບັນ​ແລະ​ມີ​ຄວາ​ມ​ໝາຍ​ເລິກ​ເຊິ່ງ​ໃນ​ປະ​ຫວັດ​ສາດ.

ການຈັດ​ເອົາແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ບັນ​ທຶກ​ເຂົ້າ​ໃນ​ລັດ​ຖະ​ທຳ​ມະ​ນູນ​ ແລະຫັນ​ແນວ​ຄິດ​ຊີ້​ນຳ​ຂອງ​ພັກ​ໃຫ້​ເປັນ​ແນວ​ຄິດ​ຊີ້​ນຳ​ຂອງ​ປະ​ເທດ​ນັ້ນ ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ເພື່ອ​ພັດ​ທະ​ນາ​​ພາ​ລະ​ກິດຂອງ​ພັກ​ແລະ​ລັດ ທັງ​ເປັນ​ຄວາມ​ຮຽກ​ຮ້ອງ​​ພາຍ​ໃນ​ເພື່ອ​ປັບ​ປຸງ​ແລະ​ເສີມ​ຂະ​ຫຍາຍ​ລັດ​ຖະ​ທຳ​ມະ​ນູນ​ຈີນ.

ການຈັດ​ເອົາ ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ບັນ​ທຶກ​ເຂົ້າ​ໃນ​ລັດ​ຖະ​ທຳ​ມະ​ນູນ​​ໄດ້​ກຳ​ນົດໜ້າ​ທີ່​ພື້ນ​ຖານ,ເປົ້າ​ໝາຍ​ສູ້​ຊົນ​ແລະ​ບາດ​ກ້າວ​ຍຸດ​ທະ​ສາດ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ໃນ​ຍຸກ​ໃໝ່​ໃຫ້​ຈະ​ແຈ້ງ​ຂຶ້ນ​ຕື່ມ ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ປຸກ​ລະ​ດົມ​ສ້າງ​ກຳ​ລັງ​ແຮງ​ໃຈແລະ​ສາ​ມັກ​ຄີ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ສູ້​ຊົນ​ເພື່ອ​ບັນ​ລຸ​ຄວາມ​ຝັນ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາ​ດ​ຈີນ.

ການຈັດ​ເອົາ ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ບັນ​ທຶກ​ເຂົ້າ​ໃນ​ລັດ​ຖະ​ທຳ​ມະ​ນູນ​​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຕື່ມ​ອີກ​ກ່ຽວ​ກັບ​ການ​ຍຶດ​ໝັ້ນ​ຫຼັກ​ການ​ເມືອງ​ສູງ​ສຸດ​ຄື​ພັກ​ນຳ​ພາວຽກ​ງານ​ທຸກ​ດ້ານ, ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ປັບ​ປຸງ​ຖາ​ນະ​ແລະ​ພື້ນ​ຖານ​ກຳ​ອຳ​ນາດ​ຂອງ​ພັກ​ໃຫ້​ໝັ້ນ​ຄົງ ແລະ​ເປັນ​ການ​ຮັບ​ປະ​ກັນ​ດ້ານ​ການ​ເມືອງ​ຢ່າງ​ເຂັ້ມ​ແຂງ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ ແລະ​ສ້າງ​ສາ​ປະ​ເທດ​ຊາດໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.

ລັດ​ຖະ​ທຳ​ມະ​ນູນ​ມີ​ຖາ​ນະ​ດ້ານ​ກົດ​ໝາຍ,ອິດ​ທິ​ພົນ​ດ້ານ​ກົດ​ໝາຍ​ແລະ​ຜົນ​ສັກ​ສິດ​ດ້ານ​ກົດ​ໝາຍ​ສູງ​ສຸດ, ເປັນ​ລະ​ບຽບ​ແບບ​ແຜນ​ປະ​ຕິ​ບັດ​ການ​ສູງ​ສຸດ​ຂອງ​ການ​ເມືອງ​ປະ​ເທດ​ແລະ​ຊີ​ວິດ​ສັງ​ຄົມ. ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ,​ທຸກອົງ​ການ​ຈັດ​ຕັ້ງ​ຂອງ​ລັດ​ແ​ລະ​ກຳ​ລັງ​ປະ​ກອບ​ອາ​ວຸດ, ບັນ​ດາ​ພັກ​ການ​ເມືອງ​ແລະ​ຄະ​ນະ​ຈັດ​ຕັ້ງ​ສັງ​ຄົມ, ບັນ​ດາ​ວິ​ສາ​ຫະ​ກິດ,ອົງ​ການ​ວິ​ຊາ​ການ,ອົງ​ການ​ບໍ​ລິ​ຫານ, ອົງ​ການ​ຂັ້ນ​ຮາກ​ຖານ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ ລ້ວນ​ແຕ່​ຕ້ອງ​ຖື​ລັດ​ຖະ​ທຳ​ມະ​ນູນ​ເປັນ​ກົດ​ລະ​ບຽບ​ພື້ນ​ຖານ​ແຫ່ງ​ການ​ເຄື່ອນ​ໄຫວ​ວຽກ​ງານຂອງ​ຕົນ ແລະ​ລ້ວນ​ແຕ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮັກ​ສາ​ກຽດ​ສັກ​ສີຂອງ​ລັດ​ຖະ​ທຳ​ມະ​ນູນ​ແລະ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ຕາມລັດ​ຖະ​ທຳ​ມະ​ນູນ.

ການ​ ຈັດ​ເອົາ ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ບັນ​ທຶກ​ເຂົ້າ​ໃນ​ລັດ​ຖະ​ທຳ​ມະ​ນູນ​,ເຮັດ​ໃຫ້​ມີ​ອິດ​ທິ​ພົນ​ແລະ​ຜົນ​ສັກ​ສິດ​ດ້ານ​ກົດ​ໝາຍ​ສູງ​ສຸດ ແລະ​ກາຍ​ເປັນ​ເຈ​ຕະ​ນາ​ລົມຮ່ວມ​ຂອງ​ປະ​ຊາ​ຊົນ​ທົ່ວ​ຖ້ວນ​ໜ້າ, ກາຍ​ເປັນ​​ສິ່ງ​ທີ່​ຕ້ອງ​ເຄົາ​ລົບ​ໂດຍ​​ພື້ນ​ຖານໃນ​ພາ​ລະ​ກິດ​ຕ່າງໆ​ແລະ​ວຽກ​ງານ​ທຸກ​ດ້ານ​ຂອງ​ປະ​ເທດ ເຊິ່ງ​ມີ​ຜົນ​ດີ​​ໃນ​ການ​ປູກ​ຈິດ​ສຳ​ນຶກ​ການ​ນຳ​ພາ​ຂອງ​ພັກ​​ຕໍ່​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ ແລະ​​ຜັນ​ຂະ​ຫຍາຍການ​ນຳ​ພາ​ຂອງ​ພັກ​ເຂົ້າ​ເຖິງ​ຕະຫຼອດ​ຂະ​ບວນ​ການ​ແລະ​ທຸກ​ດ້ານ​ຂອງ​ວຽກ​ງານ​ຂອງ​ປະ​ເທດ, ຮັບ​ປະ​ກັນ​ພັກ​ນຳ​ພາ​ຮອບ​ດ້ານ​ຕໍ່​ທຸກ​ພາ​ລະ​ກິດ​ແລະ​ວຽກ​ງານ​ຂອງ​​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ