ລາວ​ຈະ​ຄົ້ນ​ຄວ້າ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການ​ທາງ​ດ່ວນ​ວຽງ​ຈັນ-​ຈຳ​ປາ​​ສັກ
2018-02-28 10:42:00  cri 
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສະ​ບັບ​ວັນ​ທີ 26 ກຸມ​ພາ​ນີ້​ລາຍ​ງານ​ວ່າ: ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ​ລາວ​ເປີດ​ເຜີຍ​ວ່າ: ລັດ​ຖະ​ບານ​ໄດ້​ເລືອກ​ເອົາ 4 ບໍ​ລິ​ສັດຂອງ​ຈີນ​ແລະ​ລາວ​ຄື ບໍ​ລິ​ສັດ​ສາ​ທາ​ລະ​ນະກໍ່​ສ້າງ​ແລະ​ພັດ​ທະ​ນາ​​ໂພ​ສີ, ກຸ່ມ​ບໍ​ລິ​ສັດ​ພັດ​ທະ​ນາ​ດວງ​ຈະ​ເລີນ​ລາວ,​ບໍ​ລິ​ສັດ​ຂົວ​ທາງ​ຢາງກ​ວ່າງ​ຢຸນ​ນານ​ຈີນ​ແລະບໍ​ລິ​ສັດ​ຂົວ​ທາງ​ຈີນ​ເພື່ອ​ດຳ​ເນີນ​ການ​ສຶກ​ສາ​ຄົ້ນ​ຄວ້າ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການ​ທາງ​ດ່ວນ​ວຽງ​ຈັນ-​ຈຳ​ປາ​ສັກ. ຫຼັງ​ສຳ​ເລັດ​ວຽກ​ງານ​ດັ່ງ​ກ່າວ​ແລ້ວ, ລັດ​ຖະ​ບານ​ລາວ​ຈະ​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ​ເຫຼົ່າ​ນີ້​ລົງ​ທຶ​ນ​ກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ດ້ວຍ​ຮູບ​ແບບBOT. ທາງ​ດ່ວນ​ວຽງ​ຈັນ-​ຈຳ​ປາ​ສັກ​ມີ​ຄວາມຍາວ​ທັງ​ໝົດ 600 ກິ​ໂລ​ແມັດ ປະ​ກອບ​ດ້ວຍ​ທາງ​ແລ່ນລົດ ກວ້າງ 3,5 ແມັດ 4 ເລນ​ ແລະຄວາມກວ້າງ​ຂອງ​ທາງ​ທັງ​ໝົດ​ລວມ 23 ແມັດ. ທາງ​ດ່ວນ​ສາຍ​ນີ້​ຈະ​ກໍ່​ສ້າງ​ຕາ​ມ​ມາດ​ຕະ​ຖານ​ທາງ​ດ່ວນ​ອາ​ຊຽນ ຊັ້ນ 1. ເມື່ອ​ສ້າງ​ສຳ​ເລັດ​ແລ້ວ, ການ​ເດີນ​ທາງ​ຈາກວຽງ​ຈັນຫາຈຳ​ປາ​ສັກ​ຈະ​ໃຊ້​ເວ​ລາ​ໜ້ອຍ​ລົງ​ຄື​ຈາກ 10 ຊົ່ວ​ໂມງ​ໃນ​​ໄລ​ຍະຜ່ານ​ມາ​ຈະຫຼຸດ​ລົງ​ເຫຼືອ​ພຽງ 7 ຊົ່ວ​ໂມງ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ