ນັກ​ການ​ເມືອງ​ຄົນ​ສຳ​ຄັນ​ຂອງ​ຟີ​ລິບ​ປິນ​ຕີ​ລາ​ຄາ​ສູງ​ຕໍ່​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່
2018-02-28 15:30:33  cri 

ວັນ​ທີ 27 ກຸມ​ພາ​ນີ້,ພີ​ທີ​ນຳ​ສະ​ເໜີ ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມາ​ນິ​ລາ ປະ​ເທດ​ຟີ​ລິບ​ປິນ​ໂດຍ​ນັກ​ການ​ເມືອງ​ຄົນ​ສຳ​ຄັນ​ຕ່າງໆ​ຂອງ​ຟີ​ລິບ​ປິນ​ໄດ້​ພາ​ກັນ​ຕີ​ລາ​ຄາ​ສູງ​ຕໍ່ ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່.

ທ່ານ​ປານ​ຕາ​ເລ​ໂອນ ອານ​ວາ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ພັກ​ພະ​ລັງ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ​ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ຟີ​ລິບ​ປິນ, ປະ​ທານ​ສະ​ພາ​ຕ່ຳ​ຟີ​ລິບ​ປິນ​ໄດ້​ໃຫ້​ສຳ​ພາດ​ວ່າ: ເມື່ອ​ໄດ້​ປຶ້ມ "​ຄຳ​ເຫັນ​ຂອງສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ປົກ​ຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ"​ພາກ​ທີ 2 ສະ​ບັບ​ພາ​ສາ​ອັງ​ກິດ​ແລ້ວ​ຕົນ​ຈະ​ຕັ້ງ​ໃຈ​ຜ່ານ​ເພື່ອ​ສຶກ​ສາ​ຄົ້ນ​ຄວ້າ​ແລະ​ທຳ​ຄວາມ​ເຂົ້າ​ໃຈ​ບົດ​ຮຽນ​ອັນ​ປະ​ເສີດ​ທີ່​ມີ​ເນື້ອ​ຫາ​ອຸ​ດົມ​ສົມ​ບູນ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິງ. ປະ​ຊາ​ຊົນ​ຈີນ​ໂຊກ​ດີຫຼາຍ​ທີ່​ມີ​ຜູ້​ນຳ​ເພື່ອ​ປະ​ຊາ​ຊົນ​ຄື​ທ່ານ​ສີ​ຈິ້ນ​ຜິງ.

ທ່ານ​ໂຈ​ນາ​ທັນ ມາ​ລາ​ຢາ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຟີ​ລິບ​ປິນ​ຢືນ​ຢັນ​ວ່າ ຮູ້​ສຶກ​ປະ​ທັບ​ໃຈຫຼາຍ​ຕໍ່​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ​ຢ່າງ​ເຂັ້ມ​ງວດ. ທ່ານ​ກ່າວ​ວ່າ: ການ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ວິ​ໄນ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ​ຈະ​ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ສາ​ມາ​ດ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນ​ແລະ​ຂະ​ຫຍາຍ​ຕົວ​ເຕີບ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ ເຊິ່ງ​ຈຸດ​ນີ້​ເປັນ​ໜ້າ​ສົນ​ໃຈຫຼາຍ​ແລະ​ຄວນ​ໃຫ້​ປະ​ຊາ​ຊົນ​ຟີ​ລິບ​ປິນ​ຮຽນ​ນຳ​ທີ່​ສຸດ ເພາະ​ວ່າ​ພາຍ​ໃນ​ປະ​ເທດ​ຟີ​ລິບ​ປິນ​ມີ​ພັກ​ການ​ເມືອງ​ຈຳ​ນວນຫຼາຍ ແລະ​ສ່ວນ​ໃຫຍ່​ເອົາ​ໃຈ​ໃສ່​ແຕ່​ຜົນ​ປະ​ໂຫຍດ​ໄລ​ຍະ​ສັ້ນ​ແລະ​ມັກ​ປ່ຽນ​ຈຸດ​ຢືນ​ເລື້ອຍໆ.ເມື່ອ​ໄດ້​ປຶ້ມ"​ຄຳ​ເຫັນ​ຂອງສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ປົກ​ຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ"​ພາກ​ທີ 2​ແລ້ວ,ຕົນ​ຈະ​ອ່ານ​ລະ​ອຽດ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ